ບົດສຳພາດຜູ້ເຂົ້າຮ່ວມງານ TPAM 2017 (ຜູ້ທີ 2)

ຜ່ານການສຳພາດ ຜູ້ທີ 2 ) ທ. ເອກສະລັກ ອຸດົມສຸກ ຫຼື ເປີ້ນ ກ່ຽວກັບປະສົບການຕ່າງໆທີ່ໄດ້ຮັບ ຫຼັງການເຂົ້າຮ່ວມງານ TPAM 2017 ຄັ້ງນີ້ໄດ້ໃຫ້ຄຳຄິດເຫັນ ຄື:

  1. ເປີ້ນໄດ້ໄປເຂົ້າຮ່ວມງານຢູ່ເມືອງໃດແດ່?
    ຕອບ: ຕົນເອງໄດ້ໄປເຂົ້າຮ່ວມງານຄັ້ງນີ້ດ້ວຍການໄປທີ່ Bank Art ແລະ ຫຼາຍສະຕູດິໂອທີ່ເມືອງ ໂຢໂກຮ່າມ້າ ແລະ ບາງສະຕູດິໂອທີ່ເມືອງໂຕກຽວ
  2. ໃນງານໄດ້ພົບກັບໃຜແດ່? ແລະ ໄດ້ມີໂອກາດທີ່ຈະຮ່ວມມືກັບຜູ້ເຂົ້າຮ່ວມໃດແດ່ ໃນອະນາຄົດ?
    ຕອບ: ໄດ້ພົບກັບ ຜູ້ອຳນວຍການຈັດງານຄົນຍີ່ປຸ່ນ, ສິງກະໂປ, ອີຢິບ, ອາເມລິກາ ແລະ ນັກເຕັ້ນ ແຕ່ລະປະເທດ ຊຶ່ງໄດ້ມີການປຶກສາຫາລື ກ່ຽວກັບການຮ່ວມມືແລກປ່ຽນ ຊຶ່ງກັນ ແລະ ກັນ ໃນອະນາຄົດ. ພ້ອມທັງໄດ້ເຂົ້າ ຮ່ວມການບັນຍາຍ ແລະ ແລກປ່ຽນໃນຫົວຂ້ໍ “ Street Meets Contemporary Dance” ກັບ ທ່ານ ວາຕະລຶ ກິຕະໂອະ (ນັກອອກແບບທ່າເຕັ້ນ, ນັກເຕັ້ນ, ນັກສະແດງ) ໄດ້ແລກປ່ຽນພ້ອມທັງໃຫ້ຄຳແນະນຳຕ່າງໆ. ນອກຈາກນັ້ນກໍ່ໄດ້ໄປເບິ່ງການສະແດງ ແລະ ຟັງການບັນຍາຍຈາກ ທ່ານ ອະພິຊາດພົງ ຜູ້ກຳກັບໄທຊື່ດັ່ງທີ່ໄດ້ມາຮ່ວມໃນງານ TPAM ຄັ້ງນີ້ດ້ວຍ.
  3. ຄິດວ່າປະສົບການທີ່ໄດ້ຮັບຈາກ ການຮ່ວມງານໃນຄັ້ງນີ້ຕົນເອງຈະເອົາມາພັດທະນາ ກັບການເຕັ້ນໃນລາວແນວໃດ?
    ຕອບ: ສຳລັບເປີ້ນເອງ ແລ້ວເປັນຄົນມັກໃນເລື່ອງ ການສະແດງສິນລະປະຢູ່ແລ້ວ ຈິ່ງຮູ້ສຶກວ່າການໄດ້ເຂົ້າຮ່ວມງານ TPAM ຄັ້ງນີ້ໄດ້ບົດຮຽນຢ່າງຫຼວງຫຼາຍເພາະໄດ້ເຫັນການສະແດງສິນລະປະຫຼາກຫຼາຍຮູບແບບບໍ່ວ່າຈະເປັນຂອງທາງຍີ່ປຸ່ນ ແລະ ຕ່າງປະເທດ ລ້ວນແຕ່ເປັນປະສົບການທີ່ດີ ເພື່ອນຳເອົາມາເປັນແນວທາງ ຫຼື ແນວຄິດສຳລັບການເຮັດວຽກຕ່າງໆ ແລ້ວພັດທະນາດ້ານດັ່ງກ່າວໃນລາວໃຫ້ດີ ຍິ່ງຂື້ນ.
  4. ສິ່ງທີ່ ປະທັບໃຈທີ່ສຸດໃນໄລຍະທີ່ຢູ່ຍີ່ປຸ່ນແມ່ນຫຍັງ?
    ຕອບ: ຄົນຍີ່ປຸ່ນເປັນຄົນທີ່ມີນ້ຳໃຈ, ມັກຊ່ວຍເຫຼືອຄົນຕ່າງປະເທດ ຈິ່ງຮູ້ສຶກປະທັບໃຈເປັນພິເສດ.
  5. ຖ້າມີໂອກາດໜ້າຕົນເອງຢາກເຂົ້າຮ່ວມງານອີກບໍ ແລະ ຢາກເຂົ້າຮ່ວມໃນລັກສະນະງານແນວໃດ?
    ຕອບ: ຖ້າມີໂອກາດໜ້າ ກໍ່ຢາກເຂົ້າຮ່ວມງານດັ່ງກ່າວອີກ. ຊຶ່ງຮູບແບບການເຂົ້າຮ່ວມແມ່ນຢາກຈະໄດ້ຮັບໂອກາດໄດ້ສະແດງຕົວຈິງເພື່ອເຜີຍແພ່ສິນລະປະ ການສະແດງໃຫ້ຄົນຕ່າງປະເທດໄດ້ຮັບຮູ້.
  6. ເປີ້ນຈະໃຫ້ຄຳແນະນຳ ແນວໃດສຳລັບ ຜູ້ທີ່ຈະເຂົ້າຮ່ວມງານໃນຄັ້ງໜ້າ ຄວນກະກຽມຫຍັງແດ່?
    ຕອບ: ສຳລັບເປີ້ນເອງຂໍເເນະນຳໃຫ້ກະກຽມ ຄືດັ່ງລຸ່ມນີ້:
    –   ກ່ອນທີ່ຈະເຂົ້າຮ່ວມຕ້ອງສຶກສາລາຍລະອຽດໃນການໄປເບິ່ງການສະແດງໃຫ້ດີ ເພາະມັນເປັນໂອກາດສຳຄັນທີ່ຈະໄດ້ເບິ່ງການສະແດງຫຼາກຫຼາຍຮູບແບບໃນແຕ່ລະບ່ອນທີ່ຕ່າງກັນ.
    –  ຜູ້ທີ່ເຂົ້າຮ່ວມຕ້ອງມີຄວາມມັກໃນເລື່ອງການສະແດງແທ້ໆຈິ່ງຈະເຮັດໃຫ້ການເບິ່ງແຕ່ລະການສະ
    ແດງໄດ້ຮັບຜົນປະໂຫຍດສູງ.
    –  ພາສາອັງກິດໃນລະດັບທີ່ດີມີຄວາມຈຳເປັນຫຼາຍໃນການຟັງການບັນລະຍາຍ ແລະ ສື່ສານເພື່ອທີ່ຈະໄດ້ຮັບຜົນປະໂຫຍດສູງສຸດໃນການເຂົ້າຮ່ວມການປະຊຸມ.
    –  ເປັນໄປໄດ້ຢາກໃຫ້ຜູ້ເຂົ້າຮ່ວມໃນຄັ້ງໜ້າຖ່າຍຮູບກ່ຽວກັບງານ TPAM ໄວຫຼາຍໆເພື່ອເປັນພາບປະກອບໃນບົດສຳພາດເພື່ອຖອດຖອນບົດຮຽນຫຼັງສຳເລັດງານ.ສຳລັບຂໍ້ມູນເພີ່ມເຕີມຂອງ TPAM 2017 ກະລຸນາເຂົ້າໄປໃນເວັບໄຊ ລຸ່ມນີ້: https://www.tpam.or.jp/2017/en/

 

 

Be the first to comment

Leave a Reply