ບົດສຳພາດຜູ້ເຂົ້າຮ່ວມ TPAM 2017 (ຜູ້ທີ 3)

Sankeien©Lucky

ຜ່ານການສຳພາດຄົນທີ 3) ຄື: ທ. ພັນທະມິດ ພົມມະຈັນ  ຫຼື ລັກກີ້ ກ່ຽວກັບປະສົບການຕ່າງໆທີ່ໄດ້ຮັບ ຫຼັງການເຂົ້າຮ່ວມງານ TPAM 2017  ຄັ້ງນີ້ໄດ້ໃຫ້ຄຳຄິດເຫັນ ຄື:

  1. ໄດ້ໄປເຂົ້າຮ່ວມງານຢູ່ເມືອງໃດແດ່?
    ຕອບ: ຕົນເອງໄດ້ໄປເຂົ້າຮ່ວມງານຄັ້ງນີ້ດ້ວຍການໄປທີ່ສະຕູດີໂອ ແກໂລລີ້ ຂອງເມືອງ ໂຢໂກຮ່າມ້າ ແລະ ທີ່ເມືອງ ເມກຸໂລະ, ແຂວງ ໂຕກຽວ.
  2.  ໃນງານໄດ້ພົບກັບໃຜແດ່? ແລະ ໄດ້ມີໂອກາດ ທີ່ຈະຮ່ວມມືກັບຜູ້ເຂົ້າຮ່ວມໃດແດ່ໃນອະນາຄົດ?
    ຕອບ: ໄດ້ພົບກັບຫຼາຍຄົນບໍ່ວ່າຈະເປັນຜູ້ຜະລິດ ແລະ ຜູ້ອຳນວຍການຜະລິດງານຈາກ ບັນດາປະເທດເຊັ່ນ: ຝະລັ່ງ, ເຢຍລະມັນ, ປະເທດໃນກຸ່ມອາຊ້ຽນ. ຍິ່ງກວ່ານັ້ນ ກໍ່ໄດ້ພົບກັບນັກຮ່ວມອາຊີບ ຈາກອິນເດຍ ແລະ ຈີນ ຊຶ່ງໄດ້ປຶກສາຫາລືກັນໃນອະນາຄົດ ມີແຜນທີ່ຈະໄປແລກປ່ຽນກ່ຽວກັບວັດທະນະທຳ ຫຼື ການເຕັ້ນໂຊ ທີ່ຕ່າງປະເທດ.
  3. ຄິດວ່າປະສົບການທີ່ໄດ້ຮັບຈາກ ການຮ່ວມງານໃນຄັ້ງນີ້ຕົນເອງຈະເອົາມາພັດທະນາ ກັບການເຕັ້ນໃນລາວແນວໃດ?
    ຕອບ
    : ຫຼັງຈາກການເຂົ້າຮ່ວມງານTPAM ຕົນເອງໄດ້ຮຽນຮູ້ວິທີການສະແດງເພີ່ມຂື້ນເຊັ່ນ:ການເຮັດວຽກກ່ຽວກັບການເຕັ້ນເພາະວ່າການເຂົ້າຮ່ວມຄັ້ງນີ້ ລັກກີ້ໄດ້ພົບກັບ ນັກເຕັ້ນຄົນຍີ່ປຸ່ນຊື່ ທ່ານ ວາຕະລຶ ກິຕະໂອະ ຊຶ່ງລາວໄດ້ແນະນຳ ແລະ ອະທິບາຍວິທີການເຮັດໂຊ, ແນວທາງການເຕັ້ນແບບ ເທັມພໍແລລີ້ ທີ່ສ່ອງແສງກ່ຽວກັບການດຳລົງຊີວິດຈິງໃນສັງຄົມ.
  4. ສິ່ງທີ່ ລັກກີ້ປະທັບໃຈທີ່ສຸດໃນໄລຍະທີ່ຢູ່ຍີ່ປຸ່ນແມ່ນຫຍັງ?
    ຕອບ
    : ຍີ່ປຸ່ນເປັນປະເທດທີ່ຮັກສາເອກກະລັກດ້ານພາສາ, ລະບຽບສັງຄົມ, ອາຫານຕ່າງໆລ້ວນແຕ່ເຮັດໃຫ້ ລັກກີ້ຮູ້ສຶກປະທັບ ໃຈໂດຍສະເພາະ ແມ່ນຄົນຍີ່ປຸ່ນທີ່ໃຫ້ການຊ່ວຍບໍ່ວ່າຈະເປັນການແນະນຳທາງ ແລະ ການເຮັດກິດຈະກຳຕ່າງໆ.
  5.  ຖ້າມີໂອກາດໜ້າ ຕົນເອງຢາກເຂົ້າຮ່ວມງານອີກບໍ? ແລະ ຢາກເຂົ້າຮ່ວມໃນລັກສະນະງານແນວໃດ?
    ຕອບ
    : ເຈົ້າ, ຢາກຮ່ວມງານອີກ. ຖ້າມີໂອກາດໜ້າຢາກປະກອບສ່ວນໃນການ ໂຊການສະແດງເທິງເວທີ ເພື່ອເຜີຍແຜ່ລັກສະນະຮູບແບບການເຕັ້ນຂອງຕົນເອງ ຫຼື ທາງຟັງລາວ.
  6. ລັກກີ້ຈະໃຫ້ຄຳແນະນຳ ແນວໃດສຳລັບ ຜູ້ທີ່ຈະເຂົ້າຮ່ວມງານ ໃນຄັ້ງໜ້າຄວນກະກຽມຫຍັງແດ່?
    ຕອບ
    :  ສິ່ງທີ່ຄວນກະກຽມຫຼັກໆມີຄື:-ສຳລັບພາສາອັງກິດຖ້າຈະດີແທ້ຄວນມີຄວາມຮູ້ດ້ານພາສາອັງກິດໃນລະດັບທີ່ດີຫຼາຍເພາະຈະໄດ້ເຮັດວຽກກຸ່ມກັບຫຼາຍປະເທດ ພ້ອມທັງເຮັດຟັງການບັນລະຍາຍຕ່າງໆ.
    -ອ່ານລາຍລະອຽດ ແລະ ສຶກສາເນື້ອໃນຂອງງານ TPAMໃຫ້ດີກ່ອນເຂົ້າຮ່ວມ,ຖ້າມີໂອກາດໄດ້ໂຊກໍ່ຄວນໄປຮ່ວມຍິ່ງດີ, ລວມທັງເອົານາມບັດຕິດໂຕໄປນຳ.
    – ການແຕ່ງຕົວແບບສະບາຍ ແຕ່ຕ້ອງສຶກສາອາກາດໃນລະດູນັ້ນວ່າຄວນ ເອົາເສື້ອຜ້າແນວໃດໄປຈິ່ງເໝາະສົມ.

    ສຳລັບຂໍ້ມູນເພີ່ມເຕີມຂອງ TPAM 2017ກະລຸນາເຂົ້າໄປໃນເວັບໄຊລຸ່ມນີ້: https://www.tpam.or.jp/2017/en/

    Sankeien©Lucky

Be the first to comment

Leave a Reply