ໂປແກຣມແລກປ່ຽນນັກສຶກສາກ່ຽວກັບຮູບເງົາ – Exchange Program for Students in Film Studies – “…and Action! Asia 04”

ໂປແກຣມແລກປ່ຽນນັກສຶກສາກ່ຽວກັບຮູບເງົາ – “ and Action! Asia 04”

ໂປແກຣມແລກປ່ຽນນີ້ແມ່ນການຮ່ວມກັນຈັດຂື້ນໂດຍ ສູນອາຊີມູນນິທິຍີ່ປຸ່ນ ແລະ ສະຖາບັນຮູບພາບເຄື່ອນໄຫວຂອງຍີ່ປຸ່ນ ລະຫວ່າງວັນທີ 27 ກຸມພາ – 12 ມີນາ 2018 ທີ່ ນະຄອນໂຕກຽວ.

ອາຈານ ແລະ ນັກສຶກສາ ຈາກສະຖາບັນວິຈິດສິນໄດ້ຖືກຄັດເລືອກໃຫ້ເຂົ້າຮ່ວມໃນງານຄັ້ງນີ້ ຊຶ່ງນຳພາໂດຍ ອາຈານ ສຸລິຍາ ພູມມີວົງ ພ້ອມດ້ວຍ ນັກສຶກສາ 3 ຄົນຄື: 1) ນ. ລາວົງ ພຣະຈັນ, 2) ທ. ພຸດທະໜອມ ແກ້ວປະເສີດ, 3) ທ. ໄຊຍະເວດ ແກ້ວວິໄລ.

ຈຸດປະສົງຂອງງານໃນຄັ້້ງນີ້ແມ່ນເພື່ອສ້າງຄວາມເຂົ້າໃຈກັນໃຫ້ເລິກເຊິ່ງ ແລະ ທັງເປັນການຊຸກຍູ້ຜູ້ສ້າງຮູບເງົາລຸ້ນໃໝ່ໃນປະເທດອາຊີ ຈິ່ງໄດ້ມີການຈັດງານນີ້ຂື້ນທຸກໆປີ.

ເປົ້າໝາຍຂອງໂປແກຣມນີ້ແມ່ນແນໃສ່ນັກສຶກສາຜູ້ທີ່ສົນໃຈຢາກຮຽນຮູ້ເລິກເຊິ່ງຍິ່່ງຂື້ນກ່ຽວກັບການສ້າງຮູບເງົາຂອງປະເທດອື່ນໆ ແລະ ທັງເປັນການສ້າງເຄືອຄ່າຍພົວພັນ ແລະ ການນຳໃຊ້ປະສົບການເຂົ້າໃນການຮຽນຮູ້ ເພື່ອປະກອບອາຊີບໃນອະນາຄົດ.
ໂປແກຣມນີ້ໄດ້ດຳເນີນມາແລ້ວທັງໝົດ 3 ຄັ້ງ. ຄັ້ງນີ້ຈະເປັນຄວາມພະຍາຍາມເທຶ່ອທີ 4 ໃນການຈັດງານນີ້. ສຳລັບປະເທດລາວເອງກໍ່ໄດ້ຖືກຄັດເລືອກໃຫ້ເຂົ້າຮ່ວມເປັນຄັ້ງທຳອິດ. ໃນລາຍການນີ້ລວມມີ ການບັນລະຍາຍ, ການປະຊຸມ ແລະ ການສ້າງຮູບເງົາ ແລະ ອື່ນໆ…

ສຳລັບລາຍລະອຽດເຂົ້າໄປອ່ານໃນເວັບໄຊ້ນີ້: http://jfac.jp/en/culture/projects/andactionasia/

Exchange Program for Students in Film Studies – “…and Action! Asia 04

Exchange Program for Students in Film Studies – “…and Action! Asia 04” –

is co-organized by the Japan Foundation Asia Center and Japan Institute of the Moving Image (JIMI) from February 27 to March 12, 2018, Tokyo.

National Institute of Fine Arts is selected and the participating students are Ms. Wravong Phrachanh, Mr. Phoutthanome Keopaseuth and Mr. Xayaveth Keovilay led by Prof. Souliya Phoumivong.

It aims to deepen mutual understanding and foster a new generation of film-makers in Asian countries. This program is held every year.

The project target is students who are interested in achieving a greater understanding of film-making in other countries, expanding their networks, and using their experience for their studies and future career.

The program has been implemented 3 times already.  This time it is the 4th of the endeavor.  Laos is selected for the first time ever.  The program includes lectures, workshops and film shootings, etc.

For detailed information visit the below site:  http://jfac.jp/en/culture/projects/andactionasia/

 

 

 

Be the first to comment

Leave a Reply