ກຳນົດ ສົ່່ງຄູຜູ້ຊ່ວຍສອນພາສາຍີ່ປຸ່ນ 6 ທ່ານ ໄລຍະສັ້ນ ມາທີ່ປະເທດລາວ

ປະຈຸບັນ ສູນອາຊີ ມູນນິທິຍີ່ປຸ່ນໄດ້ ສົ່ງຄູຜູ້ຊ່ວຍສອນພາສາຍີ່ປຸ່ນໄລຍະຍາວ 2 ທ່ານ ໄປປະຈຳທີ່ໂຮງຮຽນ 3 ແຫ່ງຄື: ມໍສໍວຽງຈັນ, ໜອງບອນ ແລະ ເພຍວັດ. ນອກຈາກນີ້ກໍ່ໄດ້ຈັດໃຫ້ມີໄລຍະສັ້ນດ້ວຍການສົ່ງຄູ 6 ທ່ານ ຈາກຍີ່ປຸ່ນ ໄປເຮັດກິດຈະກຳທີ່ມະຫາວິທະຍາໄລສະຫວັນນະເຂດ ແລະ ທີ່ໂຮງຮຽນ 3 ຂ້າງເທິງເຊັ່ນກັນ ລະຫວ່າງວັນທີ 22 ກຸມພາ – ທີ 1 ມີນາ 2018. ກິດຈະກຳນີ້ ບໍ່ພຽງແຕ່ເປັນການຮຽນພາສາຍີ່ປຸ່ນເທົ່ານັ້ນ ແຕ່ ທັງເປັນການຮຽນວັດທະນະທຳ, ເກມ, ການຮ້ອງເພັງໃຫ້ມ່ວນຊື່ນໄປພ້ອມໆກັນ ຈິ່່ງຖືວ່າ ເປັນການຮຽນຮູ້ກ່ຽວກັບຍີ່ປຸ່ນ. ລາຍງານກ່ຽວການເຄື່ອນໄຫວກິດຈະກຳແມ່ນຈະແຈ້ງຜ່ານທາງ ເວັບໄຊ້ ຕາມພາຍຫຼັງ.