ບົດສຳພາດຜູ້ເຂົ້າຮ່ວມງານ TPAM 2017 (ຜູ້ທີ 1)

ໃນການຈັດງານ TPAM 2017 (ກອງປະຊຸມສິນລະປະການສະແດງໂຕກຽວ) ທີ່ເມືອງໂຢໂກຮ່າມ້າ ປະເທດຍີ່ປຸ່ນ ຕັ້ແຕ່ງວັນທີ 11 – 19 ເດືອນ 2 ປີ 2017 ທີ່ຜ່ານມາ ໄດ້ມີຕົວແທນຈາກປະເທດລາວທີ່ມາຈາກບໍລິສັດຟັງລາວ ທັງໝົດ 3 ຄົນ ໄດ້ຖືກຄັດເລືອກເຂົ້າຮ່ວມງານດັ່ງກ່າວ ຊຶ່ງມີລາຍຊື່ລຸ່ມນີ້:

  1. ທ. ລີ ພົງສະຫວັນ (ລີ) , ອາຊີບ: ນັກເຕັ້ນ, ຜູ້ກຳກັບ, ຜູ້ຈັດງານດ້ານວັດທະນະທຳ
  2. ທ. ເອກສະລັກ ອຸດົມສຸກ (ເປີ້ນ) , ອາຊີບ: ນັກເຕັ້ນ
  3. ທ. ພັນທະມິດ ພົມມະຈັນ (ລັກກີ້), ອາຊີບ: ນັກເຕັ້ນຜ່ານການສຳພາດ ທັງ 3 ຄົນກ່ຽວກັບປະສົບການຕ່າງໆທີ່ໄດ້ຮັບ ຫຼັງການເຂົ້າຮ່ວມງານ TPAM 2017 ຄັ້ງນີ້ໄດ້ໃຫ້ຄຳຄິດເຫັນ ຄື:

ຄົນທີ 1 ທ. ລີ ພົງສະຫວັນ (ລີ)

  1. ໄດ້ໄປເຂົ້າຮ່ວມງານຢູ່ເມືອງໃດແດ່?
    ຕອບ: ຕົນເອງໄດ້ໄປເຂົ້າຮ່ວມງານຄັ້ງນີ້ດ້ວຍການໄປທີ່ສະຕູດີໂອ Bankart ຂອງເມືອງ ໂຢໂກຮ່າມ້າ ແລະ ທີ່ໂຕກຽວ
  2. ໃນງານໄດ້ພົບກັບໃຜແດ່ ແລະ ໄດ້ມີໂອກາດທີ່ຈະຮ່ວມມືກັບຜູ້ເຂົ້າຮ່ວມໃດແດ່ ໃນອະນາຄົດ?
    ຕອບ: ໄດ້ພົບກັບ ທ່ານ ອະພິຊາດພົງ ຜູ້ກໍາກັບຊື່ດັ່ງຈາກ ປະເທດໄທ ທີ່ໄປບັນລະຍາຍ ແລະ ຈັດການສະແດງໃນງານ.ພ້ອມທັງໄດ້ພົບປະຜູ້ຈັດງານສິນລະປະຂອງແຕ່ລະ ປະເທດເຊັ່ນ: ອິນເດຍ, ຈີນ, ຍີ່ປຸ່ນ ແລະ ປະເທດໃນກຸ່ມອາຊ້ຽນ.
  3.  ຄິດວ່າປະສົບການທີ່ໄດ້ຮັບຈາກ ການຮ່ວມງານໃນຄັ້ງນີ້ຕົນເອງຈະເອົາມາພັດທະນາ ກັບການເຕັ້ນໃນລາວແນວໃດ?
    ຕອບ: ຫຼັງຈາກການເຂົ້າຮ່ວມງານTPAM 2017 ຕົນເອງຮູ້ສຶກຕື່ນເຕັ້ນ ແລະ ດີໃຈທີ່ໄດ້ພົບຄົນທີ່ມີຊື່ສຽງຈາກແຕ່ລະປະເທດທີ່ໄປງານ ແລະ ໄດ້ມີໂອກາດສອບຖາມແລກປ່ຽນກັບຫຼາຍໆທ່ານ. ຈິ່ງເຮັດໃຫ້ຮູ້ສຶກວ່າໄດ້ຮຽນຮູ້ຫຼາຍຢ່າງຈາກງານຄັ້ງນີ້.
  4. ສິ່ງທີ່ ລີ ປະທັບໃຈທີ່ສຸດໃນໄລຍະທີ່ຢູ່ຍີ່ປຸ່ນແມ່ນຫຍັງ?
    ຕອບ: ງານ TPAM 2017 ຄັ້ງນີ້ມີຫຼາຍໆຢ່າງໜ້າສົນໃຈ, ສຳລັບຕົນເອງແລ້ວແມ່ນຈະນຳເອົາສິນລະປະຄວາມຄິດສ້າງສັນຕ່າງໆມາປະຍຸກໃຊ້ໃນລາວ ແລະ ການຮູ້ຈັກຫຼາຍໆຄົນທີ່ມີຊື່ສຽງ ກໍ່ເປັນສິ່ງທີ່ໜ້າປະທັບໃຈຫຼາຍ.
  5. ຖ້າມີໂອກາດໜ້າ ຕົນເອງຢາກເຂົ້າຮ່ວມງານອີກບໍ? ແລະ ຢາກເຂົ້າຮ່ວມໃນລັກສະນະງານແນວໃດ?
    ຕອບ: ເຈົ້າ, ຢາກ ເຂົ້າຮ່ວມໃນງານເຊັ່ນນີ້ອີກ ຊຶ່ງໃນງານຢາກໃຫ້ງານເນັ້ນໜັກໃນການ ໂຊການສະແດງເທິງເວທີ ໂດຍສະເພາະຢາກໄດ້ຮັບໂອກາດໃຫ້ໂຊເທິງການເຕັ້ນ ເພື່ອເຜີຍແຜ່ລັກສະນະຮູບແບບການເຕັ້ນຂອງຕົນເອງ ຫຼື ທາງຟັງລາວ.
  6. ລີ ຈະໃຫ້ຄຳແນະນຳ ແນວໃດສຳລັບ ຜູ້ທີ່ຈະເຂົ້າຮ່ວມງານໃນຄັ້ງໜ້າຄວນກະກຽມຫຍັງແດ່?
    ຕອບ: ສິ່ງທີ່ຄວນກະກຽມຫຼັກໆມີຄື:
    – ເປັນໄປໄດ້ຢາກໃຫ້ມີປະສົບການໃນການເດີນທາງຢູ່ຕ່າງປະເທດເພາະຈະຕ້ອງເດີນທາງໄປ  ມາດ້ວຍຕົນເອງ
    – ສຳລັບພາສາອັງກິດຖ້າຈະດີແທ້ຄວນມີຄວາມຮູ້ດ້ານພາສາອັງກິດໃນລະດັບທີ່ດີຫຼາຍ
    – ຕ້ອງຮູ້ວ່າຕົນເອງເຮັດວຽກໃນສາຍໃດ ເພື່ອຈະກຳນົດໄດ້ວ່າ    ຕົນເອງຈະເລືອກທີ່ຈະຮຽນຮູ້ນຳໃຜໃນງານ TPAM
    – ເປັນໄປໄດ້ໃຫ້ສະຫຼຸບໜ້າວຽກທີ່ຕົນເອງທີ່ເຮັດມາມີຫຍັງແດ່ ລວມເຖິງເນື້ອໃນວຽກງານຂອງບໍລິສັດໂດຍລວມເອົາຕິດຄັດໄປນຳເພື່ອສະເໜີ ແລະ ເເນະນຳໃຫ້ຜູ້ເຂົ້າຮ່ວມໄດ້ຮູ້ຈັກ. ແລະ ເອົານາມບັດ ຕິດຄັດໄປນຳ.ສຳລັບຂໍ້ມູນເພີ່ມເຕີມຂອງ TPAM 2017 ກະລຸນາເຂົ້າໄປໃນເວັບໄຊ ລຸ່ມນີ້:
    https://www.tpam.or.jp/2017/en/

 

Be the first to comment

Leave a Reply