ບົດສຳພາດຜູ້ເຂົ້າຮ່ວມ TPAM 2018 (ຜູ້ທີ 2)

ຜ່ານການສຳພາດ ທ. ວຽງນະຄອນ ໄຊຍະສອນ ຫຼື ປ໊ຽກ ຫຼັງການເຂົ້າຮ່ວມງານ TPAM 2018  ຄັ້ງນີ້ໄດ້ໃຫ້ຄຳຄິດເຫັນ ຄື:

  1. ໄດ້ໄປເຂົ້າຮ່ວມງານຢູ່ເມືອງໃດແດ່?
    ຕອບ: ຕົນເອງໄດ້ໄປເຂົ້າຮ່ວມງານຄັ້ງນີ້ດ້ວຍການໄປທີ່ສະຕູດີໂອ BankArt Studio, KAAT Kanagawa theatre, YCC Yokohama Creativecity Center ທີ່ເມືອງ ໂຢໂກຮາມາ ແລະ ເມືອງ ນາກາ ເມກຸໂຣ, ຊິບຸຍະ, ທີ່ ໂຕກຽວ
  2. ໃນງານໄດ້ພົບກັບໃຜແດ່? ແລະ ໄດ້ມີໂອກາດ ທີ່ຈະຮ່ວມມືກັບຜູ້ເຂົ້າຮ່ວມໃດແດ່ໃນອະນາຄົດ?
    ຕອບ: ໄດ້ພົບກັບຫຼາຍຄົນບໍ່ວ່າຈະເປັນຜູ້ຜະລິດ ແລະ ຜູ້ອຳນວຍການຜະລິດງານຈາກ ບັນດາປະເທດເຊັ່ນ:ເຢຍລະມັນ, ຝຣັ່ງ, ໃຕ້ຫວັນ, ປະເທດໃນກຸ່ມອາຊ້ຽນ. ຍິ່ງກວ່ານັ້ນ ກໍ່ໄດ້ພົບກັບນັກຮ່ວມອາຊີບ ຫວຽດນາມ ແລະ ຟິລິບປິນ ຊຶ່ງພວກເຮົາກໍໄດ້ເປັນເຈົ້າພາບເປີດໂຕະປະຊຸມນຳກັນຊື່ວ່າ: New Trend of Dance in Laos and Vietnam ກໍໄດ້ປຶກສາຫາລືມີແຜນທີ່ຈະໄປແລກປ່ຽນກ່ຽວກັບ ການສະແດງການເຕັ້ນ Street Dance ປະສົມຮ່ວມກັນກັບ CheerDance ແລະ ເລື່ອງການຜະລິດໂປຮເຈັກ.
  3. ຄິດວ່າປະສົບການທີ່ໄດ້ຮັບຈາກ ການຮ່ວມງານໃນຄັ້ງນີ້ຕົນເອງຈະເອົາມາພັດທະນາ ກັບການເຕັ້ນໃນລາວແນວໃດ?
    ຕອບ: ຫຼັງຈາກການເຂົ້າຮ່ວມງານTPAM ຕົນເອງໄດ້ຮຽນຮູ້ວິທີການສະແດງເພີ່ມຂື້ນເຊັ່ນ:ການເຮັດວຽກກ່ຽວກັບການເຕັ້ນເພາະວ່າການເຂົ້າຮ່ວມຄັ້ງນີ້ ຂ້າພະເຈົ້າເອງໄດ້ພົບກັບ ນັກເຕັ້ນຄົນຍີ່ປຸ່ນຊື່ ທ່ານ ອາກິໂກະ ແລະ ນັກອອກແບບທ່າເຕັ້ນຈາກ ໂອດສະຕາລີ ຊຶ່ງລາວໄດ້ແນະນຳ ແລະ ອະທິບາຍວິທີການເຮັດການສະແດງ, ແນວທາງການເຕັິ້ນແບບ ສະຕຣີດແດນປະສົມ ຄອນເທັມພໍແລລີ້ ທີ່ສ່ອງແສງກ່ຽວກັບການດຳລົງຊີວິດຈິງໃນສັງຄົມ.
  4. ສິ່ງທີ່ ປ໊ຽກປະທັບໃຈທີ່ສຸດໃນໄລຍະທີ່ຢູ່ຍີ່ປຸ່ນແມ່ນຫຍັງ?
    ຕອບ: ຍີ່ປຸ່ນເປັນປະເທດທີ່ຮັກສາຄວາມສະອາດຫຼາຍ, ມີຄວາມເຄົາລົບສຸພາບຮຽບຮ້ອຍ,ເປັນຄົນມີນ້ຳໃຈ, ລະບຽບສັງຄົມ, ອາຫານຕ່າງໆລ້ວນແຕ່ເຮັດໃຫ້ ຂ້າພະເຈົ້າຮູ້ສຶກປະທັບ ໃຈໂດຍສະເພາະ ແມ່ນຄົນຍີ່ປຸ່ນທີ່ໃຫ້ການຊ່ວຍເຫຼືອບໍ່ວ່າຈະເປັນການແນະນຳທາງ, ການບໍລິການ ແລະ ການເຮັດກິດຈະກຳຕ່າງໆ.
  5. ຖ້າມີໂອກາດໜ້າ ຕົນເອງຢາກເຂົ້າຮ່ວມງານອີກບໍ? ແລະ ຢາກເຂົ້າຮ່ວມໃນລັກສະນະງານແນວໃດ?
    ຕອບ: ເຈົ້າ, ຖ້າມີໂອກາດກໍ່ຢາກຮ່ວມງານນີ້ອີກ. ສຳລັບໂອກາດໜ້າຢາກປະກອບສ່ວນໃນການ ຮ່ວມການສະແດງເທິງເວທີ ເພື່ອເຜີຍແຜ່ລັກສະນະຮູບແບບການເຕັ້ນຂອງຕົນເອງ ແລະ ວຽນຈັນ ສະຕູດີໂອ.
  6. ປ໊ຽກຈະໃຫ້ຄຳແນະນຳ ແນວໃດສຳລັບ ຜູ້ທີ່ຈະເຂົ້າຮ່ວມງານ ໃນຄັ້ງໜ້າຄວນກະກຽມຫຍັງແດ່?
    ຕອບ:  ສິ່ງທີ່ຄວນກະກຽມຫຼັກໆມີຄື:

– ສຳລັບພາສາອັງກິດຖ້າຈະດີແທ້ຄວນມີຄວາມຮູ້ດ້ານພາສາອັງກິດໃນລະດັບທີ່ດີຫຼາຍເພາະຈະໄດ້ເຮັດວຽກກຸ່ມກັບຫຼາຍປະເທດ ພ້ອມທັງຟັງການບັນລະຍາຍຕ່າງໆ.
– ອ່ານລາຍລະອຽດ ແລະ ສຶກສາເນື້ອໃນຂອງງານ TPAMໃຫ້ດີກ່ອນເຂົ້າຮ່ວມ,ຖ້າມີໂອກາດໄດ້ໂຊກໍ່ຄວນໄປຮ່ວມຍິ່ງດີ, ລວມທັງເອົານາມບັດຕິດໂຕໄປນຳ.
– ການແຕ່ງຕົວແບບສະບາຍ ແຕ່ຕ້ອງສຶກສາອາກາດໃນລະດູນັ້ນວ່າຄວນ ເອົາເສື້ອຜ້າແນວໃດໄປຈິ່ງເໝາະສົມ.
– ການເດີນທາງໄປໃສມາໃສຄວນສຶກສາເສັ້ນທາງໃຫ້ລະອຽດ.

 

 

Be the first to comment

Leave a Reply