ບົດສຳພາດຜູ້ເຂົ້າຮ່ວມ TPAM 2018 (ຜູ້ທີ 1)

ສຳລັບການຈັດງານ TPAM 2018 ຫຼື Tokyo Performing Art Meeting 2018 (ກອງປະຊຸມສິນລະປະການສະແດງໂຕກຽວ) ທີ່ເມືອງໂຢໂກຮ່າມ້າ ປະເທດຍີ່ປຸ່ນ ຕັ້ງແຕ່ ວັນທີ 8 – 18 ເດືອນ 2 ປີ 2018 ທີ່ຜ່ານມາ ໄດ້ມີຕົວແທນຈາກປະເທດລາວທີ່ມາຈາກສະມາຄົມ ລາວ-ບັ້ງໄຟ ທັງໝົດ 2 ທ່ານ ໄດ້ຖືກຄັດເລືອກເຂົ້າຮ່ວມງານດັ່ງກ່າວ ຊຶ່ງມີລາຍຊື່ລຸ່ມນີ້:

  1. ທ່ານ. ນາງ ທິບເກສອນ ຫຼວງລາດ (ທິບ) , ອາຊີບ: ຜູ້ຈັດການ, ນັກອອກແບບທ່າເຕັ້ນ, ຜູ້ຜະລິດ
  2. ທ່ານ. ວຽງນະຄອນ ໄຊຍະສອນ (ປ໊ຽກ) , ອາຊີບ: ຜູ້ຈັດການ, ຄູສອນເຕັ້ນ, ນັກອອກແບບທ່າເຕັ້ນ
    ຫຼັງຈາກທີ່ ທັງ 2 ທ່ານ ໄດ້ໄປເຂົ້າຮ່ວມງານຄັ້ງນີ້. ຈິ່ງຂໍບອກກ່າວປະສົບການຕ່າງໆທີ່ໄດ້ພົບມາດັ່ງລຸ່ມນີ້:
    –  ບົດສຳພາດຜູ້ທີ່ 1.  ທ່ານ. ນາງ ທິບເກສອນ ຫຼວງລາດ (ທິບ)

    1. ໄດ້ໄປເຂົ້າຮ່ວມງານຢູ່ເມືອງໃດແດ່?
      ສ່ວນໃຫ່ຍແລ້ວກໍ່ໄດ້ຮັບໂອກາດໄປເຂົ້າຮ່ວມງານຢູ່ເມືອງ Yokohama ສະຖານທີ່ແມ່ນBankart Studio NYK ພ້ອມຍັງຫາໂອກາດໄປເບີ່ງໂຊການສະແດງທີ່ KAAT Kanagawa arts theatre ແລະ Yokohama Creativecity Center (YCC).
    2. ໃນງານໄດ້ພົບກັບໃຜແດ່? ແລະ ໄດ້ມີໂອກາດ ທີ່ຈະຮ່ວມມືກັບຜູ້ເຂົ້າຮ່ວມໃດແດ່ໃນອະນາຄົດ?

           ໄດ້ມີໂອກາດພົບປະກັບບັນດາສິລະປີນ, ໂປດິວເຊີ້ ແລະ ຜູ້ອຳນວຍການຈາກຫຼາກຫຼາຍບໍລິສັດ. ຍັງໄດ້ມີໂອກາດພົບກັບບັນດາສີນລະປີນທີ່ມາຈາກປະເທດໃນອາຊີນຳກັນບໍ່ວ່າຈະເປັນໄທຍ, ກຳປູເຈຍ, ຫຽດນາມແລະອີກຫຼາຍໆທ່ານ. ພ້ອມຍັງທາງເຮົາ ແລະ ທາງສິລະປີນຫວຽດນາມ Miss Nguyen Thi Phuong thaoໄດ້ຮ່ວມກັນເປີດໂຕະ Group meeting ໃນຫົວຂໍ້ທີ່ວ່າ New trend of  dance in Laos and Vietname ເພື່ອນຳສະເໜີວຽກງານຂອງຕົນ ແລະ ສະພາບວົງການເຕັ້ນທີ່ລາວ ແລະ ຫວຽດນາມພ້ອມທັງຍັງມີການແລກປ່ຽນຄວາມຮູ້ແນວຄິດແບບແຜນໃນການກຽມພ້ອມ, ຖ້າຫາກວ່າໄດ້ມີໂອກາດໃນການຮ່ວມມືກັນໃນອານາຄົດພ້ອມທັງຫາໂອກາດ ແລະ ເວລາທີ່ເໝາະສົມ ທີ່ຈະຮ່ວມມືກັນເພື່ອຊ່ວຍກັນພັດທະນາວົງການເຕັ້ນໃນປະເທດຂອງຕົນ.

    1. ຄິດວ່າປະສົບການທີ່ໄດ້ຮັບຈາກ ການຮ່ວມງານໃນຄັ້ງນີ້ຕົນເອງຈະເອົາມາພັດທະນາ ກັບການເຕັ້ນໃນລາວແນວໃດ?

    ຫຼັງຈາກຜ່ານການຮ່ວມງານໃນຄັ້ງນີ້ກໍ່ເຮັດໃຫ້ໄດ້ຮັບຄວາມຮູ້ໃນຫຼາຍຢ່າງເຊັ່ນ:

    1. ) ໄດ້ຮັບຮູ້ແນວທາງການພັດທະນາ ແລະ ຮູບແບບການສະແດງສິລະປະຂອງຫຼາຍໆປະເທດທີ່ມີສ່ວນຮ່ວມໃນງານນີ້. ເຊີ່ງຈະເປັນຕົວຢ່າງທີ່ດີທີ່ຈະນໍາມາພັດທະນາ ແລະ ປັບໃຊ້ກັບການສະແດງຂອງບ້ານເຮົາເພື່ອໃຫ້ເກີດການຍອມຮັບຫຼາຍຂື້ນໃຫ້ທຽບເທົ່າລະດັບສາກົນ.
    2. ) ຄວາມສໍາຄັນໃນການຮ່ວມມືກັບອົງກອນຕ່າງປະເທດ ແລະ ບໍລິສັດອື່ນໆ. ການຮ່ວມມືກັບສາກົນກໍເປັນອີກບາດກ້າວໜື່ງໃນການໄດ້ຮັບໂອກາດແລກປ່ຽນຄວາມຮູ້ ແລະ ແນວຄິດໃຫ່ມໆກັບຜູ້ທີ່ມີປະສົບການເພື່ອການພັດທະນາໃນວຽກງານຂອງວົງການເຕັ້ນລາວ.4.   ສິ່ງທີ່ປະທັບໃຈທີ່ສຸດໃນໄລຍະທີ່ຢູ່ຍີ່ປຸ່ນແມ່ນຫຍັງ?

    ປະທັບໃຈ ວັດທະນາທໍາທີ່ດີງາມຂອງຍີ່ບຸນ, ຜູ້ຄົນ ແລະ ຄວາມມຸ້ງໝັ້ນຕັ້ງໃຈໃນການສ້າງສາພັດທະນາໃນສາຍວຽກສິລະປະຂອງບັນດານັກສິລະປີນທີ່ມີຊື່ສຽງ ແລະ ຜູ້ທີ່ມີປະສົບການ.

    1. ຖ້າມີໂອກາດໜ້າ ຕົນເອງຢາກເຂົ້າຮ່ວມງານອີກບໍ? ແລະ ຢາກເຂົ້າຮ່ວມໃນລັກສະນະງານແນວໃດ?

    ຖ້າມີໂອກາດໜ້າ, ຢາກຈະເຂົ້າຮ່ວມອີກ ແລະ ຢາກເຂົ້າຮ່ວມໃນການເປັນສ່ວນໜຶ່ງໃນການສະແດງຂອງ TPAM.

    1. ຈະໃຫ້ຄຳແນະນຳ ແນວໃດສຳລັບ ຜູ້ທີ່ຈະເຂົ້າຮ່ວມງານ ໃນຄັ້ງໜ້າຄວນກະກຽມຫຍັງແດ່?
    2. ປະສົບການໃນການເດີນທາງ ສະຖານທີ່ ແລະ ວິທີເດີນທາງ
    3. ຄໍານວນຄິດໄລ່ຄ່າໃຊ້ຈ່າຍສ່ວນຕ່າງທີ່ຈໍາເປັນໃນການເດີນທາງ.
    4. ກຽມພ້ອມເອກະສານຂອງສາຍງານຕົນເອງເພື່ອຈະໄດ້ນໍາສະເໜີກັບອົງກອນຕ່າງໆ.
    5. ຄວາມຮູ້ດ້ານພາສາຕ່າງປະເທດ ສໍາຄັນທີ່ສຸດແມ່ນພາສາອັງກີດ.