kks_1

kks_1

The Anthem of the Heart (2015) 119’ / NAGAI Tatsuyuki
ໃນເມືອງແຫ່ງໜຶ່ງຂອງປະເທດຍີ່ປຸ່ນ, ເຊິ່ງມີເດັກນ້ອຍຍິງຄົນໜຶ່ງທີມີຊື່ວ່ານາງ Naruse Jun, ແລະ ລາວຈະມັກຝັນເຖິງການໄດ້ເຂົ້າໄປໃນປະສາດໃນພູເຂົາ, ແຕ່ວ່າໃນຄວາມເປັນຈິງປະສາດນັ້ນແມ່ນໂຮງແຮມ. ມື້ຫນຶ່ງນາງ Jun ໄດ້ເຫັນພໍ່ຂອງລາວອອກມາຈາກໂຮງແຮມກັບຜູ້ຍິງຄົນອື່ນ ແລະ ລາວກໍ່ໄດ້ນໍາເລື່ອງດັ່ງກ່າວໄປບອກແມ່ຂອງລາວ, ເຫດການດັ່ງກ່າວໄດ້ເຮັດໃຫ້ພໍ່ແມ່ຂອງລາວຍ່າຮ້າງກັນ. ນາງ Jun ຮູ້ເສຍໃຈຕໍ່ກັບເຫດການດັ່ງກ່າວຫລາຍ ແລະ ລາວໄດ້ຂໍໃຫ້ພໍ່ຢູ່ກັບລາວ ແຕ່ພໍ່ຂອງລາວມີພຽງແຕ່ຄຳອຳລາແລ້ວຈາກໄປ.
ໃນຄະນະທີ່ລາວນັ່ງຮ້ອງໄຫ້ຢູ່ນັ້ນເອງ ລາວກໍໄດ້ພົບເທດໄຂ່ ແລະ ໄດ້ເລົ່າເລື່ອງທີ່ເກີດຂື້ນໃຫ້ກັບເທບໄຂ່ຟັງ ເພາະເຫດການນີ້ເຮັດໃຫ້ລາວຮູ້ສຶກຜິດ ແລະ ຂໍໃຫ້ເທບໄຂ່ສາບປິດປາກລາວເອງ ດັ່ງນັ້ນ ຈຶ່ງເຮັດໃຫ້ລາວບໍ່ມີສຽງ ຫລື ຖ້ອຍຄໍາໃດຯອອກມາຈາກປາກຂອງນາງອີກ.

(c)KOKOSAKE PROJECT

Be the first to comment

Leave a Reply