FY2022

ການແຂ່ງຂັນຄລິບວິດີໂອສັ້ນລະດັບພາກພື້ນອາຊີຄັ້ງທີ 3 ທີ່ປະເທດລາວ / The 3rd regional contest in Laos

  1. ເປົ້າໝາຍ ແລະ ຈຸດປະສົງ
    ນັບຕັ້ງແຕ່ ປີ 2000 ເປັນຕົ້ນມາ ກຸ່ມບໍລິສັດສື່ສານຂອງປະເທດຍີ່ປຸ່ນ ຊຶ່ງເປັນລະບົບກະຈາຍສຽງຂອງໂຕກຽວ ຫຼືວ່າ TBS ໄດ້ຈັດການແຂ່ງຂັນທີ່ເອີ້ນວ່າ” DigiCon6 ASIA Awards” ຫຼືວ່າ ການແຂ່ງຂັນຄັດເລືອກຮູບເງົາສັ້ນ ຂື້້ນທຸກໆປີ ທີ່ປະເທດຍີ່ປຸ່ນ. ຈຸດປະສົງແມ່ນເພື່ອຊອກຫາລາງວັນຮູບເງົາສັ້ນທີ່ມີພອນສະຫວັນ ແລະ ກະຕຸນສັ້ນ ຈາກປະເທດ ແລະ ພາກພື້ນໃນເອເຊຍ. ແລະ ປີນີ້ຈະໄດ້ຈັດຂື້ນໃນເດືອນພະຈິກທີ່ນະຄອນໂຕກຽວ ຊຶ່ງເປັນຄັ້ງທີ 24. ລາຍລະອຽດເຂົ້າມາອ່ານທີ່: https://www.tbs.co.jp/digicon/en/
    ກ່ອນການແຂ່ງຂັນທີ່ໂຕກຽວ, ຈະໄດ້ຈັດໃຫ້ມີການແຂ່ງຂັນຂັ້ນເຂດຂື້ນໃນແຕ່ລະປະເທດ ແລະ ພາກພື້ນໃນເອເຊຍເຊັ່ນ: ຍີ່ປຸ່ນ, ກຳປູເຈຍ, ຈີນ, ຮົງກົງ, ອິນເດຍ, ອິນໂດເນເຊຍ, ສາທາລະນະລັດເກົາຫຼີ, ມະເລເຊຍ, ສິງກະໂປ, ສີລັງກາ, ໃຕ້ຫວັນ, ໄທ, ອຸດເບກິດສະຖານ, ຫວຽດນາມ, ແລະ ປະເທດລາວ.
    ຄັ້ງນີ້ຈະເປັນຄັ້ງທຳອິດສຳລັບປະເທດລາວທີ່ຈະເຂົ້າຮ່ວມໃນນາມສະມາຊິກພາກພື້ນໃໝ່ ຊຶ່ງ ສູນອາຊີມູນນິທິຍີ່ປຸ່ນຈະເປັນຜູ້ຈັດງານການແຂ່ງຂັນລະດັບພາກພື້ນເປັນຄັ້ງທີ 1 ທີ່ປະເທດລາວ ໃນເດືອນສິງຫາ 2020.
    ລາງວັນອັນດັບ 1 ຫຼື ລາງວັນທອງຄຳຂັ້ນພາກພື້ນ ຈະໄດ້ຖືກຮັບເຊີນໄປຮ່ວມການແຂ່ງຂັນທີ່ປະເທດຍີ່ປຸ່ນ.
    ສໍຳລັບຜົນງານຂອງລາງວັນທີ 2 ແລະ ທີ 3 ຈະໄດ້ຖືກສົ່ງໄປແຂ່ງຂັນຄັດເລືອກເຊັ່ນດຽວກັນທີ່ຍີ່ປຸ່ນ.
  2. ລາຍລະອຽດຂອງການແຂ່ງຂັນຂັ້ນພາກພື້ນຄັ້ງທີ 3 ໃນ ນະຄອນຫຼວງວຽງຈັນ

(1) ຮູບແບບຂອງຮູບເງົາສັ້ນທີ່ຈະສົ່ງເຂົ້າມາແຂ່ງຂັນ
a. ບໍ່ຈຳກັດຫົວຂໍ້
b. ຄວາມຍາວຂອງຄລິບບໍ່ກາຍ 15 ນາທີ
c. ວິດີໂອຈະລວມມີ ກະຕຸນ CG (2D/3D), ອະນິເມຊັ້ນ ຮູບປັ້ນ, ຖ່າຍພາບ ແລ້ວມາຕໍ່ກັນ ແລະ
ການຖ່າຍ
ທຳວິດີໂອຈິງ…
d. ຊະນິດຂອງໄຟຣ໌ ແມ່ນເປັນ MP4 ຫຼື MOV (ລະດັບຄຸນນະພາບ FHD 1920 x 1080)

ໝາຍເຫດ: ວິດີໂອທີ່ຜະລິດອອກບໍ່ໃຫ້ ແຕະຕ້ອງເຖິງເລື່ອງການເມືອງ ແລະ ໃຫ້ມີເນື້ອໃນທີ່ເໝາະສົມກັບເຍົາວະຊົນ-ຊາວໜຸ່ມ ຫຼື ໃຫ້ແທດເໝາະກັບໃນສັງຄົມ.

(2) ເງືອນໄຂຜູ້ສະໝັກ
ຕ້ອງເປັນຄົນລາວ ແລະ ດຳລົງຊີວິດໃນປະເທດລາວ

(3) ວິທີການຂໍສະໝັກເຂົ້າແຂ່ງຂັນ
ກະລຸນາດາວໂຫຼດຟອມສະໝັກຈາກລິ້ງລຸ່ມນີ້
https://www.tbs.co.jp/digicon/en/24th/entry/

ຫຼັງຈາກທີ່ຕື່ມຂໍ້ມູນຄົບຖ້ວນແລ້ວກະລຸນາສົ່ງມາທີ່
[email protected]

(4) ກຳນົດສົ່ງຮູບເງົາສັ້ນ
a. ປິດຮັບສະໝັກວັນທີ 15 ສິງຫາ 2022 ເວລາ 15:00 (ທ່ານສາມາດສົ່ງໄດ້ກ່ອນມື້ປິດຮັບສະໝັກ)
b. ນຳໃຊ້ Google Drive ເພື່ອສົ່ງຄລິບໃຫ້ ສູນອາຊີ ມູນນິທິຍີ່ປຸ່ນ([email protected])

(5) ລາງວັນຜູ້ຊະນະເລີດແຕ່ລະລະດັບ
ລາງວັນທີ 1: ຈະໄດ້ຮັບເງິນສົດ 5,000,000 ກີບ ແລະ ຈະຖືກເຊີນໄປຮ່ວມງານແຂ່ງຂັນຄັດຮອບລະດັບ
ເອເຊຍໃນທ້າຍເດືອນ ພະຈິກທີ່ປະເທດຍີ່ປຸ່ນ
ລາງວັນທີ 2: ຈະໄດ້ຮັບເງິນສົດ 3,000,000 ກີບ
ລາງວັນທີ 3: ຈະໄດ້ຮັບເງິນສົດ 1,500,000 ກີບ
# ທັງ 3 ຜົນງານຂ້າງເທິງຈະຖືກສົ່ງຕໍ່ໄປແຂ່ງຂັນທີ່ງານ Digicon ASIA Award ທີ່ປະເທດຍີ່ປຸ່ນ.

  1. ຂໍ້ມູນຂອງຜູ້ຈັດງານຄັ້ງນີ້:
    ສູນອາຊີ ມູນນິທິຍີ່ປຸ່ນ ປະຈຳນະຄອນຫຼວງ
    ໂທລະສັບ: 021-240-280
    ຜູ້ຮັບຜິດຊອບງານ: ທ່ານ. ພຸດທະສອນ (ຕ້ອມ) (ໂທ: 020-5560-6620)
    ອີເມວ: digiconlaos@gmail-com
  2. ສຳລັບຂ້ມູນເພີ່ມເຕີມໃນການແຂ່ງຂັນຮູບເງົາສັ້ນລະດັບພາກພື້ນໃນປະເທດລາວ, ກະລຸນາເຂົ້າໄປອ່ານທີ:
    ເຟັສບຸກ: www.facebook.com/jfacvt/
    ເວັບໄຊ້: www.jfacvt.la

(END)