FY2021

ການແຂ່ງຂັນຄລິບວິດີໂອສັ້ນລະດັບພາກພື້ນອາຊີຄັ້ງທີ 2 ທີ່ປະເທດລາວ

/The second regional contest in Laos

ການແຂ່ງຂັນຄລິບວິດີໂອສັ້ນລະດັບອາຊີໃນປະເທດລາວຄັ້ງທີ 2
1) ຈຸດປະສົງ:ເພື່ອຄັດເລືອກເອົາຄລິບວິດີໂອສັ້ນ ແລະ ກະຕຸນສັ້ນ “ບໍ່ຈຳກັດຫົວຂໍ້” ທີ່ເດັ່ນໆຈາກປະເທດລາວ ແລ້ວສົ່ງໄປແຂ່ງຂັນຕໍ່ໃນງານ Digicon6 Asia Awards ຄັ້ງທີ 23 ທີ່ປະເທດຍີ່ປຸ່ນ ຊຶ່ງຈະມີຫຼາຍປະເທດໃນອາຊີເຂົ້າຮ່ວມເຊັ່ນ:ຍີ່ປຸ່ນ, ກຳປູເຈຍ, ຈີນ, ຮົງກົງ, ອິນເດຍ, ອິນໂດເນເຊຍ, ສາທາລະນະລັດເກົາຫຼີ, ມົງໂກນ, ມະເລເຊຍ, ສິງກະໂປ, ສີລັງກາ, ໄຕ້ຫວັນ, ໄທ, ອຸດເບກິດສະຖານ, ຫວຽດນາມ, ແລະ ປະເທດລາວ.

2) ປະເພດລາງວັນ ແລະ ເງິນສົດ:
1. ລາງວັນທີ 1: 5,000,000 ກີບ ພ້ອມເລືອກຕົວແທນ 1 ຄົນ(ອາຍຸ18 ປີ ຂື້ນໄປ) ໄປຮ່ວມງານປະກາດຜົນລາງວັນທີ່ໂຕກຽວ ໃນທ້າຍເດືອນພະຈິກ 2021 (ຖ້າຫາກບັນຫາໂຄວິດ19 ຜ່ອນຄາຍລົງ)
2. ລາງວັນທີ 2: 3,000,000 ກີບ
3. ລາງວັນທີ 3: 1,500,000 ກີບ

3) ຮູບແບບວິດີໂອ:
1. ຄວາມຍາວຂອງຄລິບບໍ່ກາຍ 15 ນາທີ
2. ວິດີໂອລວມມີກະຕຸນ CG (2D/3D), ອະນິເມຊັ້ນ ຮູບປັ້ນ, ຖ່າຍພາບ ແລ້ວມາຕໍ່ກັນ ແລະ ການຖ່າຍທຳວິດີໂອຈິງ…
3. MP4 ຫຼື MOV (ຄຸນນະພາບ FHD 1920 x 1080)
4. ຄລິບວິດີໂອສັ້ນ- ບໍ່ໄດ້ລົງເຜີຍແພ່ໃນອິນເຕີເນັດມາກ່ອນ ແລະ ຕ້ອງສົ່ງໃຫ້ທີມງານຈັດການແຂ່ງຂັນເທົ່ານັ້ນເປັນຜູ້ເອົາລົງ ຫຼັງຈາກການຕັດສິນແຂ່ງຂັນສຳເລັດລົງ. ຖ້າຫາກຜູ້ເຂົ້າແຂ່ງຂັນເອົາລົງເຜີຍແພ່ ກ່ອນການແຂ່ງຂັນ ຖືວ່າສະຫຼະສິດ
5. ຖ້າມີການສົນທະນາເປັນພາສາລາວຈະຕ້ອງຄຳບັນຍາຍເປັນອັງກິດ (English subtitle)
6. ພາບ ແລະ ສຽງຕ່າງໆທີ່ນຳໃຊ້ເຂົ້າໃນການຜະລິດຄລິບວິດີໂອຕ້ອງບໍ່ລະເມີດລິຂະສິກຜູ້ອື່ນ ນອກຈາກວ່າຈະໄດ້ຮັບອະນຸຍາດຈາກເຈົ້າຂອງລິຂະສິກ ຈິ່ງນຳໃຊ້ໄດ້
7. ວິດີໂອທີ່ຜະລິດອອກບໍ່ໃຫ້ ແຕະຕ້ອງເຖິງເລື່ອງການເມືອງ ແລະ ໃຫ້ມີເນື້ອໃນທີ່ເໝາະສົມກັບເຍົາວະຊົນ-ຊາວໜຸ່ມ ຫຼື ໃຫ້ແທດເໝາະ ກັບໃນສັງຄົມ.

4) ເງື່ອນໄຂຜູ້ສະໝັກ:
– ຕ້ອງເປັນຄົນລາວ ແລະ ດຳລົງຊີວິດໃນປະເທດລາວ
– ບໍ່ຈຳກັດເພດ, ອາຍຸ ແລະ ລະດັບການສຶກສາ ໝາຍເຫດ:
1. ສຳລັບຜົນງານທິ່ເຄີຍສົ່ງເຂົ້າປະກວດ ແຕ່ມີບັນຫາເລື່ອງເຕັກນິກ ແລະ ລິກຂະສິກຕ່າງໆ, ຫຼັງຈາກນຳໄປແກ້ໄຂແລ້ວ ກໍ່ສາມາດສົ່ງຜົນງານທີ່ສົມບູນມາແຂ່ງຂັນອີກກໍ່ໄດ້.
2. ຖ້າຫາກຜົນງານເຄີຍສົ່ງໄປຮ່ວມງານອື່ນໆ ແຕ່ບໍ່ໄດ້ຮັບລາງວັນໃດໆ ແລະ ບໍ່ມີການຜູກຂາດການນຳໃຊ້ຈາກບ່ອນທີ່ເຄີຍສົ່ງ ໄປນັ້ນ ກໍ່ບໍ່ສາມາດສົ່ງມາແຂ່ງຂັນຮ່ວມກັບພວກເຮົາໄດ້ອີກ.

5) ວິທີສະໝັກ: – ກະລຸນາດາວໂຫຼດຟອມສະໝັກຈາກລິ້ງລຸ່ມນີ້

https://www.tbs.co.jp/digicon/en/23rd/entry/

ກະລຸນາດາວໂຫລດຕົວຢ່າງຂອງພາສາລາວ.:

ຫຼັງຈາກທີ່ຕື່ມຂໍ້ມູນຄົບຖ້ວນແລ້ວກະລຸນາສົ່ງມາທີ່
[email protected]


6) ເປີດ ແລະ ປິດຮັບສະໝັກ:
1. ເປີດຮັບສະໝັກ ເລີ່ມວັນທີ 5 ພຶດສະພາ 2021
2. ປິດຮັບສະໝັກວັນທີ 16 ສິງຫາ 2021 ເວລາ 15:00 (ທ່ານສາມາດສົ່ງໄດ້ກ່ອນມື້ປິດຮັບສະໝັກ)
3. ນຳໃຊ້ Google Drive ເພື່ອສົ່ງຄລິບໃຫ້ ສູນອາຊີ
ມູນນິທິຍີ່ປຸ່ນ [email protected]

7) ສອບຖາມຂໍ້ມູນ: ສູນອາຊີ ມູນນິທິຍີ່ປຸ່ນ ປະຈຳນະຄອນຫຼວງ ຮັບຜິດຊອບງານ: ທ່ານ. ພຸດທະສອນ (ຕ້ອມ) ໂທລະສັບ: 021-240-280 ມືຖື/ວອດແອັບ: 020-5560-6620
ລາຍລະອຽດເພີ່ມເຕີມອ່ານໄດ້ທີ່: https://jfacvt.la/

8) ປະກາດຜົນການແຂ່ງຂັນຄັດເລືອກຄລິບວິດິໂອສັ້ນລະດັບພາກພື້ນທີ່ປະເທດລາວ
ຂໍສະແດງຄວາມຍິນດີນຳ 3 ຜູ້ສະໝັກທີ່ໄດ້ລາງວັນທີ 1, 2 ແລະ 3 ໃນການແຂ່ງຂັນຄລິບວິດີໂອສັ້ນ ລະດັບອາຊີ ຄັ້ງທີ 2 ທີ່ປະເທດລາວ. ມາຕິດຕາມຮັບຊົມວິດີໂອຜ່ານທາງຢູ່ທຸບໄດ້ເລີຍ:
1) Ms. Phitsamai Chanthabouly, Graphic Designerhttps://www.youtube.com/watch?v=ixwzEfINgVQ

2) Mr. Dolar Mongkhounkham, a student of the National University of Laoshttps://www.youtube.com/watch?v=5IwIQbzzyD4

3) Ms. Youa LEE, a student of the National Institute of Fine Artshttps://www.youtube.com/watch?v=3jcPZ2fBQow


five judges pose