The Japan Foundation

ມູນນິທິຍີ່ປຸ່ນ
ມູນນິທິຍີ່ປຸ່ນແມ່ນ ອົງການທີ່ມີຄວາມຊ່ຽວຊານພິເສດ ກ່ຽວກັບການແລກປ່ຽນທາງວັດທະນະທຳລະຫວ່າງປະເທດ ໃນທົ່ວທຸກດ້ານ. ພວກເຮົາສ້າງການແລກປ່ຽນໃນລະດັບປະຊາຊົນ, ໂດຍການດຳເນີນໂຄງການທາງວັດທະນະທຳ ແລະ ການໃຫ້ຂໍ້ມູນຂ່າວສານ ເພື່ອເຮັດໃຫ້ ຄວາມເຂົ້າໃຈລະຫວ່າງປະຊາຊົນຍີ່ປຸ່ນແລະປະຊາຊົນໃນໂລກເລິກເຊິ່ງຂຶ້ນ.

ປະຫວັດຄວາມເປັນມາ
ປີ 1972 ໄດ້ກໍ່ຕັ້ງຂຶ້ນເປັນອົງການນິຕິບຸກຄົນສະເພາະພາຍໃຕ້ການຊີ້ນຳຂອງກະຊວງການຕ່າງປະເທດ
ປີ 2003 ໄດ້ຈັດຕັ້ງລະບົບໃໝ່ເປັນອົງການບໍລິຫານເອກະລາດ

ອົງການ
ງົບປະມານ: 19.79 ຕື້ເຢັນ (ປີງົບປະມານ 2014)
ຈຳນວນຜູ້ອຳນວຍການແລະພະນັກງານ: 230 ຄົນ (ໃນ ເດືອນ ກໍລະກົດ ປີ 2014)

ທີ່ຕັ້ງສຳນັກງານ
ປະເທດຍີ່ປຸ່ນ:      ສຳນັກງານໃຫຍ່ໂຕກຽວ, ສຳນັກງານກຽວໂຕ, ສະຖາບັນພາສາຍີ່ປຸ່ນ 2 ແຫ່ງ (ສະຖາບັນພາສາຍີ່ປຸ່ນ ອຸຣະວະ ແລະ ສະຖາບັນພາສາຍີ່ປຸ່ນ ຄັນໄຊ)
ຕ່າງປະເທດ:  22 ສຳນັກງານ ໃນ 21 ປະເທດ

ເນື້ອໃນໂຄງການ
ການແລກປ່ຽນທາງສິລະປະແລະວັດທະນະທຳ
ໃນບັນດາຫົວຂໍ້ ນັບຕັ້ງແຕ່ສິລະປະທີ່ເປັນຮີດຄອງປະເພນີ ຈົນຮອດ ສິລະປະຮ່ວມສະໄໝ, ພື້ນຖານແບບແຜນການດຳລົງຊີວິດ ເຊັ່ນ ອາຫານ, ເຄື່ອງນຸ່ງ, ເຮືອນລີ້ໄພ ແລະ ຄ່ານິຍົມ, ພວກເຮົາ ແນະນຳສິລະປະວັດທະນະທຳທີ່ອຸດົມສົມບູນແລະຫຼາກຫຼາຍ ສູ່ປະຊາຊົນ ໃນທົ່ວໂລກ ຜ່ານ ການສະແດງ, ງານວາງສະແດງ, ຮູບເງົາ, ໂທລະພາບ, ສິ່ງຕີພິມ ແລະ ການປະຖັກກະຖາຕ່າງໆ.  ນອກຈາກນີ້, ພວກເຮົາ ຍັງມີເປົ້າໝາຍ ພິຈາລະນາບັນຫາໄພຄຸກຄາມໂລກທີ່ມີຮ່ວມກັນ ເຊັ່ນ ການຟື້ນຟູຫຼັງໄພພິບັດ, ສິ່ງແວດລ້ອມ ແລະ ການສ້າງສັນຕິພາບ ກັບ ປະຊາຊົນໃນທົ່ວໂລກ, ໂດຍວິທີການດັ່ງກ່າວ ພວກເຮົາສ້າງສະຖານທີ່ ເພື່ອ ເຮັດໃຫ້ຄວາມເຂົ້າໃຈ ຂອງ ທັງສອງຝ່າຍເລິກເຊິ່ງຂຶ້ນ.

ການສຶກສາພາສາຍີ່ປຸ່ນຢູ່ຕ່າງປະເທດ
ເພື່ອ ສ້າງມູນນິທິທີ່ໝັ້ນຄົງສຳລັບການສຶກສາພາສາຍີ່ປຸ່ນຢູ່ຕ່າງປະເທດ, ພວກເຮົາໄດ້ພັດທະນາ ແລະ ລົງມືປະຕິບັດຕາມມາດຕະຖານມູນນິທິຍີ່ປຸ່ນ ສຳລັບ ການສຶກສາພາສາຍີ່ປຸ່ນ, ສະເໜີຫຼັກສູດ ການຮຽນ-ການສອນພາສາຍີ່ປຸ່ນ ຢູ່ມູນນິທິຍີ່ປຸ່ນທີ່ປະຈຳຢູ່ 30 ປະເທດ, ສະໜັບສະໜູນອຸປະກອນ ການຮຽນ-ການສອນ ທາງອິນເຕິເນັດ ແລະ ບໍລິຫານ ການສອບເສັງວັດແທກລະດັບພາສາຍີ່ປຸ່ນ. ນອກຈາກນີ້, ພວກເຮົາຍັງສະໜັບສະໜູນ ການຮຽນ-ການສອນ ພາສາຍີ່ປຸ່ນ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງ ແຕ່ລະ ປະເທດແລະທ້ອງຖິ່ນ ເຊັ່ນ ພວກເຮົາຈະຈັດສົ່ງ ຜູ້ຊ່ຽວຊານການສອນ, ເຊີນອາຈານ ແລະ ລັດຖະກອນຕ່າງໆ ໄປຍີ່ປຸ່ນ ເພື່ອຝຶກອົບຮົມ, ແລະ ສະໜັບສະໜູນ ການຮຽນ-ການສອນ ພາສາຍີ່ປຸ່ນ ສຳລັບພະຍາບານ ແລະ ຜູ້ທີ່ຈະເປັນນັກດູແລຄົນແກ່ຕາມຄວາມຕົກລົງຫຸ້ນສ່ວນເສດຖະກິດ.

ຍີ່ປຸ່ນສຶກສາແລະການແລກປ່ຽນທາງວິຊາການ
ໂດຍແນ່ໃສ່ການສ້າງຄວາມເຂົ້າໃຈທີ່ດີຂຶ້ນລະຫວ່າງຍີ່ປຸ່ນກັບບັນດາປະເທດແລະທ້ອງຖິ່ນຕ່າງໆ, ພວກເຮົາສະໜັບສະໜູນບັນດານັກຄົ້ນຄ້ວາ ແລະ ສະຖາບັນ ທີ່ສຶກສາກ່ຽວກັບຍີ່ປຸ່ນ ແລະ ສົ່ງເສີມລະບົບເຄືອຂ່າຍລະຫວ່າງພວກເຂົາ. ນອກຈາກນີ້, ພວກເຮົາຍັງສ້າງໂອກາດ ສຳລັບ ການສົນທະນາທາງວັດທະນະທຳຕ່າງສັງຄົມ ແລະ ການຄົ້ນຄວ້າຮ່ວມກັນ ເຊັ່ນ ສຳມະນາ, ການປະຊຸມທາງວິຊາການ, ແລະກິດຈະກຳອື່ນໆທີ່ກວມເອົາ ບັນຫາ ຄຸກຄາມໂລກ ທີ່ສຳຄັນ ແລະຄວາມກັງວົງ ທີ່ມີຮ່ວມກັນ. ໂຄງການນີ້ຍັງອອກແບບເພື່ອສ້າງຄວາມເຂັ້ມແຂງໃນການສົ່ງຂໍ້ມູນຂອງ ຍີ່ປຸ່ນ ໄປສູ່ປະຊາຄົມໂລກ ແລະ ພັດທະນາ ຜູ້ນຳໃນອະນາຄົດ ເຊິ່ງ ເປັນຜູ້ທີ່ຈະປະຕິບັດຫຼັກການສຳຄັນໃນການແລກປ່ຽນວັດທະນະທຳລະຫວ່າງປະເທດ.

ສູນອາຊີ ມູນນິທິຍີ່ປຸ່ນ
ນະໂຍບາຍໃໝ່ຂອງຍີ່ປຸ່ນສຳລັບການແລກປ່ຽນວັດທະນະທຳກັບບັນດາປະເທດໃນອາຊີ ຊື່ໂຄງການ “WA Project~ສູ່ການປະຕິສຳພັນ ກັບອາຊີ” ໄດ້ຖືກປະກາດໃນ ກອງປະຊຸມສຸດຍອດທີ່ລະນຶກອາຊຽນ-ຍີ່ປຸ່ນທີ່ຈັດຢູ່ໂຕກຽວ ເດືອນ ທັນວາ ປີ 2013. ສູນອາຊີໄດ້ຖືກກໍ່ຕັ້ງຂຶ້ນ ພາຍໃນ ມູນນິທິຍີ່ປຸ່ນ ພາຍໃຕ້ນະໂຍບາຍດັ່ງກ່າວ, ໂດຍມອງໄປຂ້າງໜ້າເຖິງປີ 2020, ເຊິ່ງ ເປັນປີທີ່ໂຕກຽວ ເປັນເຈົ້າພາບຈັດໂອລິມປິກ ແລະ ພາຣາລິມປິກ. ພວກເຮົາຈະວາງແຜນແລະສຸມໃສ່ການ ສ້າງໂອກາດ ອັນຕໍ່ເນື່ອງ ເພື່ອ ການແລກປ່ຽນ ແລະ ການຮ່ວມມື, ໂດຍແນໃສ່ຝຶກຝົນ ຄວາມສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ແລະ ການຢູ່ຮ່ວມກັນໂດຍສັນຕິກັບເພື່ອນບ້ານກໍ່ຄືປະຊາຊົນໃນອາຊີ.
(WA Project ແມ່ນ ໂຄງການແລກປ່ຽນວັດທະນະທຳແລະສະໜັບສະໜູນການສຶກສາພາສາຍີ່ປຸ່ນ)


The Japan Foundation is a specialized organization involved in all aspects of international culture exchange. We create people-to-people exchanges, by carrying out culture projects and providing information to deepen understanding Japan and the people of the world.

 HISTORY
1972   Established as a special legal entity supervised by the Ministry of Foreign Affair
2003   Reorganized as an independent administrative institution

ORGANIZATION
Budget: ¥ 19.79 billion (FY2014)
Number of directors and employees: 230 (as of July 2014)

OFFICE LOCATION
Japan:  Tokyo Headquarters, Kyoto Office
2 Japanese – language institutes
(Japanese –language institute, Urawa and Japanese – Language Institute, Kansai)
Oversea: 22 Offices in 21 Countries

PROGRAMME FIELED
 ARTS & CULTURE EXCHANGE
In subjects ranging  from traditional art to contemporary  arts to contemporary art,  lifestyle  basics  such   as food, clothing  and  shelter  values, and societal value, we introduce  Japan’s diverse , rich  culture  and art to people around the  world through various  forms of  various of performances, exhibitions, films, television, publishing, lectures and workshop. In addition, we aim to consider shared global problems such as disaster recovery, the environment and peace –building with people across the globe, thus creating a place to deepen mutual understanding

JAPANESE-LANGUAGE EDUCATION OVERSEAS
In order to build a solid  foundation  for Japanese –language education a broad, we developed and implement  the  JF standard  for Japanese –language education , we offer  JF language course in 30 oversea locations, provide online education  tools  and administer Japanese Language proficiency tests. In addition , we support  Japanese –language  education considering  the needs of each country  and  region  for example , we  dispatch  specialists, invite  teacher, government official  etc…. to  Japan  for training  and provide  Japanese –language education  for EPA  nurse  and  care worker candidates.

JAPANESE STUDIES & INTELLECTUAL EXCHANGE
Aiming for better understanding of Japan among other countries and regions, we support researchers and institutions studying Japan and promote networking among them. In addition, we create opportunities for cross culture dialogue and joint research, such as   seminars symposia and other events that cover critical global issues and shared concerns. The programs are also designed to fortify sending out Japan’s message to the world and develop future leader who will play important roles in international cultural exchange.
Japan ‘s new  for culture exchange  in Asia , “ WA Project ~ toward interactive Asia “ was announced at the ASEAN- JAPAN  Commemorative Summit  Meeting held  in Tokyo  in December , 2013.  The Asia  Center was established  within  the Japan  Foundation  based on this policy, looking ahead  to  the year of 2020, in which Tokyo  will host Olympics  and  Paralympics. We  will plan  and  produce a concentrated series of opportunities for exchange  and cooperation, aiming  to nurture  a sense  of empathy  and co-existence  as neighbor  within  the people of  Asia.