Asia Center

ສູນອາຊີ
ໄດ້ກໍ່ຕັ້ງຂຶ້ນ: ວັນທີ 1 ເດືອນ ເມສາ ປີ 2014.
ງົບປະມານທັງໝົດ: 20.03 ຕື້ເຢັນ (ຈົນຮອດ ປີງົບປະມານ 2020)

ເນື້ອໃນໂຄງການ
ສະໜັບສະໜູນການສຶກສາພາສາຍີ່ປຸ່ນ ໃນບັນດາປະເທດໃນອາຊີ
ເພື່ອແນໃສ່ເພີ່ມໂອກາດສຳລັບການປະຕິສຳພັນໂດຍກົງລະຫວ່າງປະຊາຊົນໃນອາຊີທີ່ຢູ່ຂອບເຂດກ້ວາງຂວາງໃຫ້ເຂົ້າໃຈຜູ້ອື່ນດີຂຶ້ນ ແລະ ຍົກສູງ ຄວາມສົນໃຈໃນການຮຽນພາສາຍີ່ປຸ່ນ, ພວກເຮົາວາງແຜນຈະຈັດສົ່ງຜູ້ຊ່ວຍສອນພາສາຍີ່ປຸ່ນທັງສອງໄວ (ເຊັ່ນ ນັກຮຽນ ແລະ ຜູ້ອາວຸໂສ) ທີ່ເປັນ  “NIHONGO Partners” ໄປບັນດາປະເທດໃນອາຊຽນ. ເຂົາເຈົ້າຈະໄປປະຈຳຢູ່ໂຮງຮຽນມັດທະຍົມຕອນຕົ້ນ ແລະສະຖາບັນ ການສຶກສາອື່ນໆ ແລະ ຮັບໜ້າທີ່ເປັນຜູ້ຊ່ວຍບັນດາອາຈານສອນພາສາຍີ່ປຸ່ນຂອງທ້ອງຖິ່ນດັ່ງກ່າວ. (ພວກເຮົາວາງແຜນວ່າຈະຈັດສົ່ງໄປ ປະມານ 3,000 ຄົນກ່ອນຮອດ ປີ 2020.)

ແລກປ່ຽນສິລະປະແລະວັດທະນະທຳທັງສອງທິດທາງແລະຫຼາຍທິດທາງ
ໃນຫຼາກຫຼາຍຂະແໜງການ ເຊັ່ນ ການສະແດງສິລະປະ, ຈິດຕະສິນ, ຮູບເງົາ, ກິລາ, ການສຶກສາ, ສິ່ງຕີພິມທາງວັນນະຄະດີ ແລະ ການອານຸລັກມໍລະດົກ ທາງວັດທະນະທຳ, ພວກເຮົາແນໃສ່ເຮັດວຽກຮ່ວມກັນ ເພື່ອເສີມຂະຫຍາຍຂອບເຂດການແລກປ່ຽນພາຍໃນອາຊີ,  ເພື່ອ ພັດທະນາບູກຄົນແຕ່ລະ ຂະແໜງວັດທະນະທຳແລະເພື່ອສ້າງ “ໂຄງລ່າງພື້ນຖານທາງດ້ານບໍລິຫານ ແລະ ບຸກຄະລາກອນ” ສຳລັບການແລກປ່ຽນທາງວັດທະນະທຳ. ໃນຂະນະທີ່ດຳເນີນການແລກປ່ຽນລະຫວ່າງປະຊາຊົນອາຊຽນ, ພວກເຮົາຈະສ້າງຄວາມເຂັ້ມແຂງຂອງເຄືອຂ່າຍລະຫວ່າງ ຜູ້ທີ່ມີຄວາມກ້າວໜ້າທາງ ວັດທະນະທຳ ເຊັ່ນ ນັກສິລະປະ, ຜູ້ຊ່ຽວຊານແລະປັນຍາຊົນ, ເພື່ອສົ່ງເສີມການເຮັດວຽກຮ່ວມກັນແລະສ້າງວັດທະນະທຳໃໝ່ຂຶ້ນ.


ASIA CENTER
Established: 1 April, 2014
Total project budget: ¥ 20.03 billion (through 2020)

PROGRAM FIELD
JAPANESE-LANGUAGE LEARNING SUPPORT IN ASIAN COUNTRIES
With  the aim  to increase opportunities  for direct interaction among wide range of people  in Asia  to better understand one another  and raise interest in learning  Japanese-language, we plan  to dispatch individuals (e.g students and senior citizens) as “ NIHONGO Partners ”  to ASEAN countries. They  will be stationed   in middle  school and other educational institutions  and will serve  as  assistants  to local  teacher  of Japanese –language ( we plan to dispatch approximately 3,000 people by 2020)

CULTURAL AND INTELLECTUAL EXCHANGE
In various fields such as performing arts, fine arts, films, sports, academics, literary publishing  and protection of cultural  heritages,  we aim  to work together the range of exchange within  Asia  to develop individual in the field  of culture  and build “ soft infrastructures”  for culture  exchange. While implementing exchange among Asia citizens, we will strengthen networks among culture leader such as artist specialist and   intellectuals   to promote collaborative work and generate new culture initiatives.