ບົດສຳພາດຜູ້ເຂົ້າຮ່ວມ TPAM 2019 (ທ່ານ. ອຸ່ນຫຼ້າ ພາອຸດົມ)

  1.   ໄດ້ໄປເຂົ້າຮ່ວມງານຢູ່ເມືອງໃດແດ່?
    TPAM Program ຈັດຂື້ນທີ່ເມຶອງ Yokohama ເປັນສ່ວນໃຫຍ່, ກິດຈະກຳຈະແຈກຍາຍໃນຫຼາຍ ສະຖານທີ່, ລວມມີທັງສະຖານທີ່ໃຫ້ຂໍ້ມູນ, ຫ້ອງປະຊຸມ, ຫ້ອງພົບປະພົວພັນ ລະຫວ່າງສີນລະປີນ ແລະ ສະຖານທີສຳລັບການສະແດງ. ສ່ວນຕົວຂ້າພະເຈົ້າໄດ້ເຂົ້າຮ່ວມມີດັ່ງນີ້: Nihon-Odori Street,  KAAT Kanagawa arts theatre, Yokohama Port Opening Memorial Hall, BankART Station, Yokohama Red Brick Warehouse, Yokohama Creative city Center (YCC), Mass X Mass Kannai Future Center and Amazon Club.
  2. ໃນງານໄດ້ພົບກັບໃຜແດ່? ແລະ ໄດ້ມີໂອກາດ ທີ່ຈະຮ່ວມມືກັບຜູ້ເຂົ້າຮ່ວມໃດແດ່ໃນອະນາຄົດ?

  ຕອບ:  ໃນງານຄັ້ງນີ້ໄດ້ເຮັດໃຫ້ຂ້າພະເຈົ້າໄດມີໂອກາດພົບປະກັບຫຼາຍກັບບຸກຄົນທີ່ເຮັດວຽກໃນສາຂາດຽວກັນ ແລະ ສຳຄັນທີ່ສຸດແມ່ນຂ້າພະເຈົ້າໄດ້ເຂົ້າຮ່ວມຊົມການສະແດງຫຼາກຫຼາຍຮຸບແບບ, ທີ່ເຮັດໃຫ້ຂ້າພະເຈົ້າປະທັບໃຈຫຼາຍໃນ Program TPAM, ນອກນັ້ນຂ້າພະເຈົ້າຍັງໄດ້ພົບໝູ່ເກົ່າທີເຄີຍຮ່ວມງານກັນທີ່ Okinawa ເມື່ອປີ 2015 ແລະ ບັນດາຜູ້ເຂົ້າຮ່ວມ TPAM 2019 ລວມມີທັງ: Director of Tokyo Festival, Producer from Belgium, Dancers, Visual Art, Filmmaker and Etc… ແລະ ຂ້າພະເຈົ້າໄດ້ມີໂອກາດພົບໝູ່ທີ່ເຄີຍມາຮ່ວມການສະແດງໃນ ເທດສະການງານ FANGMEAKHONG International Contemporary Dance festival ທີ່ປະເທດລາວເມື່ອປີ 2018 ຜ່ານມາ, Ms. Chiharu Kuronuma  Choreographer and Dancer ພວກເຮົາໄດ້ໂອ້ລົມຫາລືການຮ່ວມມືກັນໃນການເຮັດວຽກຮ່ວມກັນລະຫວ່າງສີນລະປີນກັບສີນລະປີນໃນອານາຄົດອັນໃກ້ນີ້.

  3. ຄິດວ່າປະສົບການທີ່ໄດ້ຮັບຈາກ ການຮ່ວມງານໃນຄັ້ງນີ້ຕົນເອງຈະເອົາມາພັດທະນາ ກັບການເຕັ້ນໃນລາວແນວໃດ?

ຕອບ: ຜ່ານການຮ່ວມງານປີນີ້ຂ້າພະເຈົ້າໄດ້ເຫັນຫຼາຍຢ່າງທີ່ປະເທດລາວເຮົາຄວນໃຫ້ຄວາມສຳຄັນຕໍ່ການຮ່ວມມື້ກັບຫຼາຍໆປະເທດທັງພາຍໃນ ແລະ ຕ່າງປະເທດ, ບໍ່ລວມເຖີ່ງແຕ່ທາງດ້ານການເຕັ້ນຢ່າງດຽວ, ແຕ່ລວມໄປເຖີງບັນດາກຸ່ມທີ່ເຮັດວຽກທາງດ້ານສີນລະປະວັດທະນຳທຳທຸກພາກສ່ວນ, ເຮົາຄວນເປິດກວ້າງ ແລະ ສົ່ງເສີມນັກສີນລະປີນໃນລາວໃຫ້ສ້າງ ແລະ ສະແດງຜົນງານອອກຂອງຕົນສູ່ສັງຄົມ, ໃຫ້ສັງຄົມໄດ້ເຫັນຄວາມສາມາດຂອງຄົນລາວ. ຂ້າພະເຈົ້າເຊື່ອວ່າຜົນງານຂອງຄົນລາວດີຫຼາຍຢ່າງ,ສາມາດນຳເອົາໄປສະແດງຮ່ວມກັບຫຼາຍປະເທດໃນທົ່ວໂລກໄດ້.

4. ສິ່ງທີ່ປະທັບໃຈທີ່ສຸດໃນໄລຍະທີ່ຢູ່ຍີ່ປຸ່ນແມ່ນຫຍັງ?

ຕອບ: ສີ່ງທີປະທັບໃຈຫຼາຍທີສຸດແມ່ນ ອາຫານຢີ່ປຸ່ນ ແລະ ວັດທະນະທຳການເປັນຢູ່ຂອງຄົນ ຢີ່ປຸ່ນ, ທີ່ສຳຄັນແມ່ນ ຄົນຢີ່ປຸ່ນໃຫ້ຄວາມສຳຄັນກັບສີນລະປະວັດທະນະທຳ, ສົ່ງເສີມນັກສີນລະປີນໃຫ້ມີຜົນງານ ແລະ ມີສະຖານທີ່ຫຼາກຫຼາຍໃຫ້ກັບນັກສີນລະປີນເກິດໃໝ່.

5. ຖ້າມີໂອກາດໜ້າ ຕົນເອງຢາກເຂົ້າຮ່ວມງານອີກບໍ? ແລະ ຢາກເຂົ້າຮ່ວມໃນລັກສະນະງານແນວໃດ?

ຕອບ: ແນ່ນອນ, ຖ້າຂ້າປະເຈົ້າມີໂອກາດເຂົ້າຮ່ວມອີກຄັ້ງ, ຂ້າພະເຂົ້າຢາກນຳເອົາຜົນງານຂອງຄົນລາວໄປເປິດກວ້າງໃຫ້ທຸກຄົນທົ່ວໂລກທີ່ມາຮ່ວມງານ TPAM ໄດ້ເຫັນ, ບໍ່ວ່າຈະເປັນການສະແດງ ແລະ ເທດສະການ ສີນລະປະວັດທະນະທຳ ທີ່ເກິດຂື້ນໃນລາວ.

6. ຈະໃຫ້ຄຳແນະນຳ ແນວໃດສຳລັບ ຜູ້ທີ່ຈະເຂົ້າຮ່ວມງານ ໃນຄັ້ງໜ້າຄວນກະກຽມຫຍັງແດ່?

ຈາກປະສົບການທີ່ເຈີມາ, ເນື່ອງຈາກຂ້າພະເຈົ້າເອງຢູ່ໃນສະນະການຫຍຸ້ງຍາກກ່ອນທີ່ຈະເດີນທາງເລີຍບໍ່ມີເວລາໃນການກຽມຕົວຫຼາຍ. ສີ່ງທີ່ຂ້າພະເຈົ້າຈະແນະນຳມີດັ່ງຕໍ່ໄປນີ້:

  1. ອ່ານຂໍ້ມູນທີ່ທາງງານສົ່ງໃຫ້ລະອຽດ.
  2. ວາງແຜນກິດຈະກຳທີ່ຈະເຂົ້າຮ່ວມງານນັ້ນເພື່ອວາງເວລາບໍ່ໃຫ້ຕຳກັນ
  3. ສືກສາກ່ຽວກັບການເດີນທາງ ແລະ ສະຖານທີ່ ທີ່ທ່ານຈະໄປຮ່ວມງານ ( ຂ້າພະເຈົ້າຊອກສະຖານທີບໍ່ເຈີ ສອງເທື່ອເຮັດໃຫ້ໄປຮ່ວມງານບໍ່ທັນ)
  4. ກຽມຜົນງານ ແລະ ຂໍ້ມູນຕິດຕໍ່ ຂອງຕົນເອງເພື່ອນຳສະເໜີໃຫ້ບັນດາຜູ້ເຂົ້າຮ່ວມງານດ້ວຍກັນ.
  5. ຕຽມເງີນໄປເພື່ອຫຼາຍໆ ອາຫານແຊບທຸກຢ່າງ.




Be the first to comment

Leave a Reply