🎬 ເປີດຮັບຜົນງານແລ້ວ! DigiCon6 ASIA Awards ຄັ້ງທີ 7 ໃນປະເທດລາວ ✨
ໂອກາດກ້າວສູ່ເວທີລະດັບອາຊີ ທີ່ນະຄອນໂຕກຽວ ປະເທດຍີ່ປຸ່ນ ລໍຖ້າທ່ານຢູ່!
💡 1. ເປົ້າໝາຍ ແລະ ຈຸດປະສົງ (Goals & Objectives)
ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ, ບໍລິສັດສື່ສານ TBS ປະເທດຍີ່ປຸ່ນ ໄດ້ຈັດການແຂ່ງຂັນ “DigiCon6 ASIA Awards” ຂຶ້ນທຸກໆປີ ເພື່ອຄົ້ນຫາຜູ້ມີພອນສະຫວັນດ້ານກະຕູນສັ້ນ ຈາກທົ່ວພາກພື້ນອາຊີ.
🌍 ບັນດາປະເທດທີ່ສົ່ງຜົນງານຮ່ວມແຂ່ງຂັນ
ປີນີ້ຈະມີການຄັດເລືອກຕົວແທນຈາກ 13 ປະເທດ:
ຍີ່ປຸ່ນ, ຈີນ, ຮົງກົງ, ອິນເດຍ, ອິນໂດເນເຊຍ, ເກົາຫຼີໃຕ້, ມະເລເຊຍ, ສີລັງກາ, ໄຕ້ຫວັນ, ມົງໂກນ, ອີຣານ, ບັງກະລາເທດ ແລະ ປະເທດລາວ.
ນີ້ເປັນຄັ້ງທີ 7 ທີ່ປະເທດລາວໄດ້ຮັບກຽດສົ່ງຜົນງານເຂົ້າຮ່ວມ ໂດຍມີ ມູນນິທິຍີ່ປຸ່ນ (Japan Foundation) ເປັນຜູ້ຈັດງານຄັດເລືອກ.
🏆 ລາງວັນສຳລັບຜູ້ຊະນະໃນລາວ:
- 🥇 ລາງວັນທອງຄຳ (Gold): ເງິນສົດ 8,000,000 ກີບ
- 🎨 ລາງວັນສິນລະປະດີເດັ່ນ (Best Art): ເງິນສົດ 4,500,000 ກີບ
- 📖 ລາງວັນບົດເລື່ອງດີເດັ່ນ (Best Story): ເງິນສົດ 4,500,000 ກີບ
- 🗳️ ລາງວັນຜົນໂຫວດດີເດັ່ນ (Popular Vote): ຂອງລາງວັນມູນຄ່າ 2,000,000 ກີບ
- 🗳️ ລາງວັນໂພສເຕີ້ດີເດັ່ນ (Best Poster): ຂອງລາງວັນມູນຄ່າ 2,000,000 ກີບ
ໂອກາດພິເສດ: 3 ຜົນງານດີເດັ່ນ
(Gold, Best Art, Best Story) ຈະຖືກສົ່ງໄປແຂ່ງຂັນຕໍ່ທີ່ຍີ່ປຸ່ນ. ຫາກໄດ້ຮັບລາງວັນລະດັບສາກົນ, ຕົວແທນ 1 ທ່ານ ຈະຖືກເຊີນໄປຮ່ວມງານມອບລາງວັນທີ່ ໂຕກຽວ ໂດຍບໍ່ເສຍຄ່າໃຊ້ຈ່າຍ!
📝 ລາຍລະອຽດການແຂ່ງຂັນ:
- ຮູບແບບ: ກະຕູນ (2D ຫຼື 3D Animation)
- ຄວາມຍາວ: ບໍ່ເກີນ 15 ນາທີ (FHD, ໄຟລ໌ MP4/MOV)
- ພາສາ: ຫາກເປັນພາສາລາວ ຕ້ອງມີ Subtitle ເປັນພາສາອັງກິດ
- ລິຂະສິດ: ຕ້ອງໄດ້ຮັບອະນຸຍາດໃນການນຳໃຊ້ພາບ ແລະ
ສຽງຢ່າງຖືກຕ້ອງ - ໝາຍເຫດ:
- ເນື້ອຫາຕ້ອງເໝາະສົມກັບເຍົາວະຊົນ ແລະ
ສັງຄົມ (ບໍ່ແຕະຕ້ອງເລື່ອງການເມືອງ). - ຕ້ອງເປັນງານຝີມືທີ່ບໍ່ນຳໃຊ້AIເຂົ້າມາຊ່ວຍ
📅 ກຳນົດການ ແລະ ວິທີສະໝັກ:
- ⏳ ປິດຮັບສະໝັກ: ວັນທີ 24 ກໍລະກົດ 2026
§ 📩 ວິທີສົ່ງ: ດາວໂຫຼດຟອມສະໝັກ
ແລະ ນຳໃຊ້ Google Drive (ຢ່າລືມເປີດເປັນສາທາລະນະ)
ເພື່ອສົ່ງຟອມສະຫມັກ, ຄລິບວິດີໂອ ແລະ ໂພສເຕີ້ (Poster) ຂອງເລື່ອງທີ່ສົ່ງ ມາທີ່ອີເມວ: [email protected]
- 📄 ຟອມສະໝັກ(English): ຄລິກບ່ອນນີ້
- 📑 ຕົວຢ່າງຟອມທີ່ແປເປັນພາສາລາວ: ຄລິກບ່ອນນີ້
ຫມາຍເຫດ: ຟອມທີ່ຈະສົ່ງຕ້ອງເປັນຟອມພາສາອັງກິດ
📞 ສອບຖາມຂໍ້ມູນເພີ່ມເຕີມ: ຕິດຕໍ່ ທ່ານ ພຸດທະສອນ (ຕ້ອມ)
📱 ໂທ ຫຼື WhatsApp: 020-5560-6620 📧
Email: [email protected]
💻 Facebook: www.facebook.com/jfacvt/ 🌐 Website: www.jfacvt.la
