FY2023

“DigiCon6 ASIA Awards-ASIA’s SUPREME SHORT MOVIE CONTEST”

ຂໍສະແດງຄວາມຍິນດີ ກັບ ທັງ 5 ຄົນ ທີ່ໄດ້ຮັບລາງວັນໃນການແຂ່ງຂັນວິດີໂອສັ້ນ ລະດັບອາຊີ ຄັ້ງທີ 4 ໃນປະເທດລາວ. ແລະ ຂໍຊົມເຊີຍຜົນງານທັງໝົດທີ່ສົ່ງເຂົ້າມາຮ່ວມໃນງານນີ້.

Congratulations to all winners and thank you to all the applicants for submitting good work this year.

Award List ລາຍຊື່ຜູ້ຊະນະ

1. Gold Award “Before” Mr. Khuanchai PANYVON
https://youtu.be/VwNeub9GQzM

2. Best Art Award “Puyer Yayer” Mr. Souksavanh Silichantho
https://youtu.be/-SpL3Uvn35A

3. Best Story Award” The Story” Ms. Pitivanh Phamuang
https://youtu.be/OgBKK6PxqYs

4. Best Live Short Film Award “PrayerThread” Mr. Ansabik Chanthapasouk
https://youtu.be/bvwjwyfM8Yw

5. Best Popular Vote Award “COMA” Ms. Vichitsada Thoummaly
https://youtu.be/3rPaf0C2i-s
—————————————————————————————————–

  1. ເປົ້າໝາຍ ແລະ ຈຸດປະສົງ
    ນັບຕັ້ງແຕ່ ປີ 2000 ເປັນຕົ້ນມາ ກຸ່ມບໍລິສັດສື່ສານຂອງປະເທດຍີ່ປຸ່ນ ຊຶ່ງເປັນລະບົບກະຈາຍສຽງຂອງໂຕກຽວ ຫຼືວ່າ TBS ໄດ້ຈັດການແຂ່ງຂັນທີ່ເອີ້ນວ່າ” DigiCon6 ASIA Awards” ຫຼືວ່າ ການແຂ່ງຂັນຄັດເລືອກຮູບເງົາສັ້ນ ຂື້້ນທຸກໆປີ ທີ່ປະເທດຍີ່ປຸ່ນ. ຈຸດປະສົງແມ່ນເພື່ອຊອກຫາລາງວັນຮູບເງົາສັ້ນທີ່ມີພອນສະຫວັນ ແລະ ກະຕຸນສັ້ນ ຈາກປະເທດ ແລະ ພາກພື້ນໃນເອເຊຍ. ແລະ ປີນີ້ຈະໄດ້ຈັດຂື້ນໃນເດືອນພະຈິກທີ່ນະຄອນໂຕກຽວ ຊຶ່ງເປັນຄັ້ງທີ 25. ລາຍລະອຽດເຂົ້າມາອ່ານທີ່: https://www.tbs.co.jp/digicon/en/
    ກ່ອນການແຂ່ງຂັນທີ່ໂຕກຽວ, ຈະໄດ້ຈັດໃຫ້ມີການແຂ່ງຂັນຂັ້ນເຂດຂື້ນໃນແຕ່ລະປະເທດ ແລະ ພາກພື້ນໃນເອເຊຍເຊັ່ນ: ຍີ່ປຸ່ນ, ກຳປູເຈຍ, ຈີນ, ຮົງກົງ, ອິນເດຍ, ອິນໂດເນເຊຍ, ສາທາລະນະລັດເກົາຫຼີ, ມະເລເຊຍ, ສິງກະໂປ, ສີລັງກາ, ໃຕ້ຫວັນ, ໄທ, ອຸດເບກິດສະຖານ, ຫວຽດນາມ, ແລະ ປະເທດລາວ.
    ຄັ້ງນີ້ຈະເປັນຄັ້ງທີ 4 ສຳລັບປະເທດລາວທີ່ຈະສົ່ງຜົນງານເຂົ້າຮ່ວມແຂ່ງຂັນ ຊຶ່ງມູນນິທິຍີ່ປຸ່ນຈະເປັນຜູ້ຈັດງານການແຂ່ງຂັນດັ່ງກ່າວຄືທີ່ຜ່ານມາ.
    ລາງວັນທອງຄຳ ພ້ອມທັງລາງວັນສິນລະປະດີທີ່ສຸດ ແລະ ເນື້ອຫາດີທີ່ສຸດ ຂັ້ນພາກພຶ້ນ ຈະໄດ້ຖືກສົ່ງໄປ ແຂ່ງຂັນຄັດເລືອກ ທີ່ປະເທດຍີ່ປຸ່ນ. ຖ້າຫາກລາງວັນໃດໜຶ່ງ ໄດ້ຮັບລາງວັນໃນລະດັບສາກົນ, ເຈົ້າຂອງ ລາງວັນກໍ່ຈະຖືກເຊີນໄປຮ່ວມງານມອບລາງວັນທີ່ປະເທດຍີ່ປຸ່ນ
  1. ລາຍລະອຽດຂອງການແຂ່ງຂັນຂັ້ນພາກພື້ນຄັ້ງທີ 4 ໃນ ປະເທດລາວ

(1) ຮູບແບບຂອງຮູບເງົາສັ້ນທີ່ຈະສົ່ງເຂົ້າມາແຂ່ງຂັນ
a. ບໍ່ຈຳກັດຫົວຂໍ້
b. ຄວາມຍາວຂອງຄລິບບໍ່ກາຍ 15 ນາທີ
c. ວິດີໂອຈະລວມມີ ກະຕຸນ CG (2D/3D), ອະນິເມຊັ້ນ ຮູບປັ້ນ, ຖ່າຍພາບ ແລ້ວມາຕັດຕໍ່ກັນ ແລະ
ການ ຖ່າຍ
ທຳວິດີໂອຈິງ…
d. ຊະນິດຂອງໄຟຣ໌ ແມ່ນເປັນ MP4 ຫຼື MOV (ລະດັບຄຸນນະພາບ FHD 1920 x 1080)
e. ທຸກເລື່ອງຖ້າສົນທະນາເປັນພາສາລາວ ກະລຸນາໃສ່ຄຳບັນຍາຍເປັນອັງກິດ.
f. ກະລຸນາກວດສອບລິກຂະສິກໃນການນຳໃຊ້ພາບ ຫຼື ສຽງ ປະກອບໃສ່ໃນວິດີໂອ ໂດຍໄດ້ຮັບອະນຸຍາດ
ຖືກຕ້ອງໃນການນຳໃຊ້. ຖ້າຫາກກວດພົບວ່າມີການນຳໃຊ້ບໍ່ຖືກຕ້ອງຈະຖືວ່າສະລະສິດ.
g. ເລື່ອງທີ່ເຄີຍສົ່ງເຂົ້າແຂ່ງໃນງານອື່ນໆ ໂດຍທີ່ບໍ່ເຄີຍຮັບລາງວັນມາກ່ອນ ກໍ່ສາມາດສົ່ງເຂົ້າມາ
ແຂ່ງຂັນໄດ້

ໝາຍເຫດ: ວິດີໂອທີ່ຜະລິດອອກບໍ່ໃຫ້ ແຕະຕ້ອງເຖິງເລື່ອງການເມືອງ ແລະ ໃຫ້ມີເນື້ອໃນທີ່ເໝາະສົມກັບເຍົາວະຊົນ-ຊາວໜຸ່ມ ຫຼື ໃຫ້ແທດເໝາະກັບໃນສັງຄົມ.

(2) ເງືອນໄຂຜູ້ສະໝັກ
ຕ້ອງເປັນຄົນລາວ ແລະ ດຳລົງຊີວິດໃນປະເທດລາວ

(3) ວິທີການຂໍສະໝັກເຂົ້າແຂ່ງຂັນ
ກະລຸນາດາວໂຫຼດຟອມສະໝັກຈາກລິ້ງລຸ່ມນີ້
https://www.tbs.co.jp/digicon/en/25th/entry/

ຫຼັງຈາກທີ່ຕື່ມຂໍ້ມູນຄົບຖ້ວນແລ້ວກະລຸນາສົ່ງມາທີ່
[email protected]

(4) ກຳນົດສົ່ງຮູບເງົາສັ້ນ
a. ປິດຮັບສະໝັກວັນທີ 1 ສິງຫາ 2023 ເວລາ 15:00 (ທ່ານສາມາດສົ່ງໄດ້ກ່ອນມື້ປິດຮັບສະໝັກ)
b. ນຳໃຊ້ Google Drive ເພື່ອສົ່ງຄລິບໃຫ້ ສູນອາຊີ ມູນນິທິຍີ່ປຸ່ນ([email protected])

(5) ລາງວັນຜູ້ຊະນະເລີດແຕ່ລະລະດັບ
ລາງວັນຊະນະເລີດຫຼຽນຄຳ: ຈະໄດ້ຮັບເງິນສົດ 7,000,000 ກີບ
ລາງວັນສິນລະປະດີເດັ່ນ: ຈະໄດ້ຮັບເງິນສົດ 4,000,000 ກີບ
ລາງວັນບົດເລື່ອງດີເດັ່ນ: ຈະໄດ້ຮັບເງິນສົດ 4,000,000 ກີບ
ລາງວັນຜົນໂຫວດດີເດັ່ນ: ຈະໄດ້ຮັບຂອງລາງວັນເປັນວັດຖຸ (ມູນຄ່າ 1,500,000 ກີບ)
ລາງວັນຮູບເງົາສັ້ນສັ້ນດີເດັ່ນ: ຈະໄດ້ຮັບຂອງລາງວັນເປັນວັດຖຸ (ມູນຄ່າ 1,500,000 ກີບ)

# ໃນນີ້ມີພຽງແຕ່ 3 ຜົນງານຄື: ລາງວັນທອງຄຳ, ລາງວັນສິນລະປະດີທີ່ສຸດ ແລະ ລາງວັນເນື້ອຫາດີທີ່ສຸດ ເທົ່ານັ້ນຈະຖືກສົ່ງຕໍ່ໄປແຂ່ງຂັນທີ່ງານ Digicon ASIA Award ທີ່ປະເທດຍີ່ປຸ່ນ.

  1. ຂໍ້ມູນຂອງຜູ້ຈັດງານຄັ້ງນີ້:
    ມູນນິທິຍີ່ປຸ່ນ ປະຈຳນະຄອນຫຼວງ
    ໂທລະສັບ: 021-240-280
    ຜູ້ຮັບຜິດຊອບງານ: ທ່ານ. ພຸດທະສອນ (ຕ້ອມ) (ໂທ: 020-5560-6620)
    ອີເມວ: digiconlaos@gmail-com
  2. ສຳລັບຂ້ມູນເພີ່ມເຕີມໃນການແຂ່ງຂັນຮູບເງົາສັ້ນລະດັບພາກພື້ນໃນປະເທດລາວ, ກະລຸນາເຂົ້າໄປອ່ານທີ:
    ເຟັສບຸກ: www.facebook.com/jfacvt/
    ເວັບໄຊ້: www.jfacvt.la

(END)