ຄູ່ຮ່ວມງານສອນພາສາຍີ່ປຸ່ນ 9 ທ່ານ ເດີນທາງໄປຝຶກອົບຮົມຢູ່ຍີ່ປຸ່ນ

ໃນວັນທີ 17 ເມສາ 2019 ທີ່ຜ່ານມາ, ຄູສອນພາສາຍີ່ປຸ່ນ 9 ທ່ານຈາກໂຮງຮຽນມັດທະຍົມສົມບູນໜອງບອນ ແລະ ເພຍວັດໄດ້ເດີນທາງໄປເຖິງປະເທດຍີ່ປຸ່ນ.
ຄູສອນທັງ 9 ທ່ານ ຈະໄດ້ເຂົ້າຮ່ວມການຝຶກອົບຮົມແບບເລັ່ງລັດສຳລັບຄູ່ຮ່ວມງານສອນພາສາຍີ່ປຸ່ນເປັນ ເວລາ 9 ວັນ ຢູ່ທີ່ ສະຖາບັນພາສາຍີ່ປຸ່ນອຸລາວະຂອງມູນນິທິຍີ່ປຸ່ນ.