ມະຫາວິທະຍາໄລແຫ່ງຊາດ (ມຊ) National University of Laos (NUOL)

ພະແນກພາສາຍີ່ປຸ່ນ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດຂອງລາວ ໄດ້ສ້າງຕັ້ງຂື້້ນໃນປີ 2003 ເຊິ່ງເປັນສະຖາບັນການສຶກສາໃນລະດັບຊັ້ນສູງແຫ່ງທຳອິດຂອງພະແນກພາສາຍີ່ປຸ່ນໃນລາວ. 

Japanese Language Department, Faculty of Letters, National University of Laos established in 2003 as the first higher education of Japanese language department in Lao.  

ມູນນິທິຍີ່ປຸ່ນ ໄດ້ຈັດສົ່ງຜູ້ຊ່ຽວຊານພາສາຍີ່ປຸ່ນມາປະຈຳການໃນປີດຽວກັນກັບຂອງການສ້າງຕັ້ງພະແນກພາສາຍີ່ປຸ່ນ. ປະຈຸບັນແມ່ນ ທ່ານ ນາງ KOMATSUBARA Naho, ເຊິ່ງເປັນຜູ້ຊ່ຽວຊານທີ່ໄດ້ຮັບການແຕ່ງຕັ້ງມາປະຈຳການທີ່ພະແນກພາສາຍີ່ປຸ່ນທີ່ນີ້. 

Japan Foundation has dispatched Japanese expert since same year as the establishment of the Japanese Language Department. Currently, Ms. KOMATSUBARA Naho, a Japanese expert has been dispatched there.  

ເຊິ່ງອາຈານສອນທີ່ສອນປະຈຳ 6 ທ່ານ, ອາຈານສອນອາສາສະໝັສອນ 2 ທ່ານ ແລະ ອາຈານສອນທີ່ບໍ່ປະຈໍາ 3 ທ່ານ ທີ່ກຳລັງສິດສອນນັກສຶກສາປະມານ 160 ຄົນ. 

6 Full-time lecturers, 2 volunteer lecturers and 3 part-time lecturers are teaching about 160 students.

ດ້ວຍເຫດຜົນຂອງການເລີ້ມຕົ້ນການສິດສອນພາສາຍີ່ປຸ່ນຢູ່ໃນໂຮງຮຽນມັດທະຍົມສົມບູນ ແລະ ຍັງໄດ້ເປີດຫຼັກສູດການສອນພາສາຍີ່ປຸ່ນ ທີ່ມະຫາວິທະຍາໄລສະຫວັນນະເຂດ, ໄດ້ເຮັດໃຫ້ຜູ້ທີ່ຮຽນພາສາຍີ່ປຸ່ນໄດ້ເພີ້ມຂື້ນໃນປີທີ່ຜ່ານມາ. 

By the reason of commencement Japanese class in Secondary School and open Japanese language course in Savannakhet University, Japanese learner has been increasing in past few years.   

ພະແນກພາສາຍີ່ປຸ່ນ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດລາວ ຍັງໄດ້ມີຈຳນວນນັກສຶກສາທີ່ສະໝັກເພີ້ມຂື້ນເປັນຈຳນວນຫຼວງຫຼາຍເຊັ່ນ:  ຊັ້ນສຶກສາປີທີ 2 ຫຼາຍກວ່າຊັ້ນສຶກສາປີທີ 3,  ຊັ້ນສຶກສາປີທີ 1 ຫຼາຍກວ່າຊັ້ນສຶກສາ ປີທີ 2, ແລະ ມີຈຳນວນນັກສຶກສາທີ່ເປັນໝຸ່ມນ້ອຍທີ່ມີຄວາມຕ້ອງການຮຽນພາສາຍີ່ປຸ່ນເປັນວິຊາເອກເພີ້ມຂື້ນ. 

Japanese Language Department, Faculty of Letters, National University of Laos has also large number of enrollees such as 2nd grade than 3rd grade, 1st grade than 2nd grade and has been increasing young people who hope to major in Japanese.