“ອິໂລະໂດະລິ” ເປັນປຶ້ມແບບຮຽນພາສາຍີ່ປຸ່ນສຳລັບຄົນຕ່າງປະເທດເພື່ອນຳໃຊ້ໃນການຮຽນຮູ້ທັກສະການສື່ສານພາສາຍີ່ປຸ່ນຂັ້ນພື້ນຖານທີ່ຈຳເປັນສຳລັບການດຳລົງຊີວິດປະຈຳວັນ ແລະ ເຮັດວຽກໃນປະເທດຍີ່ປຸ່ນ.
“ອິໂລະໂດະລິ” ໄດ້ເຜີຍແຜ່ຢູ່ໃນເວັບໄຊຂອງມູນນິທິຍີ່ປຸ່ນ (The Japan Foundation) ແລະ ສາມາດດາວໂຫຼດໄດ້ຟຣີຈາກເວັບໄຊ. ຟາຍສຽງ(MP3)ກໍສາມາດດາວໂຫຼດໄດ້ຈາກເວັບໄຊຄືກັນ.