No Image

? ເທດສະການຮູບເງົາຍີ່ປຸ່ນ ຄັ້ງທີ I – The Anthem of the Heart

December 13, 2016 Japan Foundation, Vientiane 0

ເທດສະການຮູບເງົາຍີ່ປຸ່ນ ຄັ້ງທີ I (21-22, 28-29/01/2017) ທີ່ໄອເຕັກມໍຊັ້ນ 8 The Anthem of the Heart ຮູບເງົາອະນິເມະເລື່ອງນີ້ເວົ້າເຖິງເດັກຍິງຄົນຫນຶ່ງທີ່ຊ່າງເວົ້າຊ່າງຈາ ແຕ່ການຊ່າງເວົ້າຊ່າງຈາຂອງລາວນີ້ ມັນໄດ້ເຮັດໃຫ້ຊີວິດຂອງລາວສັບສົນແລະວຸ້ນວາຍ ຈົນລາວຕ້ອງໄດ້ປິດປາກຕົວເອງໃຫ້ງຽບ ໂດຍການບໍ່ເວົ້າບໍ່ຈານຳໃຜອີກ. ແຕ່ວ່າມີເລື່ອງບັງເອີນທີ່ເຮັດໃຫ້ລາວຕ້ອງໄດ້ຮ້ອງເພງ ສະນັ້ນມາເບິ່ງນຳກັນວ່າລາວຈະກັບມາສາມາດເວົ້າຫລືຮ້ອງເພງໄດ້ອີກຫລືບໍ່? ວິດີໂອໂຄສະຫນາຮູບເງົາ: https://www.youtube.com/watch?v=mnOKdfEwNMQ ລາຍລະອຽດຂອງຮູບເງົາ: http://la.japanesefilmfest.org/film/the-anthem-of-the-heart/? lang=la  

No Image

? ເທດສະການຮູບເງົາຍີ່ປຸ່ນ ຄັ້ງທີ I – The Mohican Comes Home

December 12, 2016 Japan Foundation, Vientiane 0

ເທດສະການຮູບເງົາຍີ່ປຸ່ນ ຄັ້ງທີ I (21-22, 28-29/01/2017) ທີ່ໄອເຕັກມໍຊັ້ນ 8 The Mohican Comes Home ຮູບເງົາເລື່ອງນີ້ເວົ້າເຖິງຄວາມຮັກຂອງຄອບຄົວລະຫວ່າງພໍ່ກັບລູກຊາຍທີ່ມີນິດໄສຄ້າຍຄືກັນ ແລະ ຄວາມຫ່າງເຫິງຈາກຄອບຄົວເປັນເວລາຫລາຍປີ ສະນັ້ນເມື່ອໄດ້ພົບກັນເລື່ອງຕະຫລົກໆເຮຮາ ຈິ່ງເກີດຂື້ນ… ວິດີໂອໂຄສະຫນາຮູບເງົາ: https://www.youtube.com/watch?v=GiR4HVSJpf0 ລາຍລະອຽດຂອງຮູບເງົາ: http://la.japanesefilmfest.org/film/the-mohican-comes-home/?lang=la

No Image

? ເທດສະການຮູບເງົາຍີ່ປຸ່ນ ຄັ້ງທີ I – The Boy and The Beast

December 9, 2016 Japan Foundation, Vientiane 0

ເທດສະການຮູບເງົາຍີ່ປຸ່ນ ຄັ້ງທີ I (21-22, 28-29/01/2017) ທີ່ໄອເຕັກມໍຊັ້ນ 8 The Boy and the Beast ຮູບເງົາອະນິເມະເລື່ອງນີ້ເວົ້າເຖິງຄວາມສຳພັນລະຫວ່າງຫນຸ່ມນ້ອຍເດັກກຳພ້າ ແລະ ສັດປະຫລາດຕົນຫນຶ່ງທີ່ມີນິດໄສຄ້າຍຄືກັນຕ່າງຝ່າຍຕ່າງບໍ່ຍອມກັນ ທັງໆທີ່ຫວັງດີແລະເປັນຫ່ວງເຊິ່ງກັນແລະກັນ ອະນິເມະເລື່ອງນີ້ຍັງໄດ້ຊະນະງານອາວອດ(Awards) Awards of the Japanese Academy ແລະ ຍັງໄດ້ຜູ້ກໍາກັບທີ່ມີຊື່ສຽງຂອງຍີ່ປຸ່ນມາກຳກັບອີກດ້ວຍນັ້ນຄື Mr […]

No Image

? ເທດສະການຮູບເງົາຍີ່ປຸ່ນ ຄັ້ງທີ I – An ອັນ

December 8, 2016 Japan Foundation, Vientiane 0

ເທດສະການຮູບເງົາຍີ່ປຸ່ນ ຄັ້ງທີ I (21-22, 28-29/01/2017) ທີ່ໄອເຕັກມໍຊັ້ນ 8 An (ອັນ) ຮູບເງົາເລື່ອງນີ້ເປັນເລື່ອງທີ່ສະທ້ອນກ່ຽວກັບຊີວິດຂອງຄົນ ແລະ ສັງຄົມໄດ້ຫລາຍຢ່າງ ແລະ ຍັງຊະນະງານອາວອດ(Awards)ຕ່າງໆອີກ ເຊັ່ນວ່າ Asia Pacific Screen Awards 2015, Cork International Film Festival 2015, […]

No Image

? ເທດສະການຮູບເງົາຍີ່ປຸ່ນ ຄັ້ງທີ I – Chihayafuru Part II ຈິຫາຍະຟຸຣຶ ພາກທີ II

December 7, 2016 Japan Foundation, Vientiane 0

ເທດສະການຮູບເງົາຍີ່ປຸ່ນ ຄັ້ງທີ I (21-22, 28-29/01/2017) ທີ່ໄອເຕັກມໍຊັ້ນ 8   Chihayafuru Part II ຈິຫາຍະຟຸຣຶ ພາກທີ II ມາຕໍ່ກັນເລີຍກັບພາກທີສອງຂອງ ຈິຫາຍະຟຸຣຶ ພາກນີ້ເວົ້າເຖິງຄວາມຮັກເປັນສ່ວນໃຫຍ່ຂອງໄວລຸ້ນທີ່ຢູ່ໃນຊ່ວງມໍປາຍ ມັນຄ້າຍກັບຄວາມຮັກສາມເສົ້າແຕ່ມັນບໍ່ເສົ້າ ຈະມີການແອບຮັກທີ່ບໍ່ກ້າບອກ ຈະມີການສະແດງອອກຂອງຄວາມຮັກແບບຫນ້າຮັກໆ ຫລາຍໆສາກຫລາຍໆຕອນ ມາຕິດຕາມກັນໄດ້ເດີ! ວິດີໂອໂຄສະຫນາຮູບເງົາ: https://www.youtube.com/watch?v=5Nkbj53CxrA ລາຍລະອຽດຂອງຮູບເງົາ: http://la.japanesefilmfest.org/film/chihayafuru-part-ll/?lang=la

No Image

? ເທດສະການຮູບເງົາຍີ່ປຸ່ນ ຄັ້ງທີ I – Chihayafuru Part I ຈິຫາຍະຟຸຣຶ ພາກທີ I

December 6, 2016 Japan Foundation, Vientiane 0

ເທດສະການຮູບເງົາຍີ່ປຸ່ນ ຄັ້ງທີ I (21-22, 28-29/01/2017) ທີ່ໄອເຕັກມໍຊັ້ນ 8 Chihayafuru Part I ຈິຫາຍະຟຸຣຶ ພາກທີ I ຮູບເງົາເລື່ອງນີ້ແມ່ນສ້າງຂື້ນຈາກກະຕູນມັງງະ ຈິຫະຍະຟຸຣຶ ທີ່ມີຊື່ສຽງຂອງຍີ່ປຸ່ນ ແລະ ມີຄວາມນິຍົມກັນຫລາຍໃນບັນດານັກຮຽນມໍຕົ້ນແລະມໍປາຍ ເນື້ອໃນເວົ້າເຖິງຄວາມຮັກ ຄວາມຫລົງໄຫລ ຜ່ານການຫລີ້ນເກມໄພ້ຄະຣຸຕະ ໄພ້ຄະຣຸຕະ ແມ່ນເກມຂອງການຈັບຄູ່ຂອງບົດກອນຄວາມຮັກ ເປັນເກມທີ່ນິຍົມຫລີ້ນໃນບຸນປີໃຫມ່ຍີ່ປຸ່ນ ເກມໄພ້ນີ້ຊ່ວຍໃຫ້ມີຄວາມເພີດເພີນ […]