FY2025

 ການແຂ່ງຂັນຮູບເງົາສັ້ນລະດັບພາກພື້ນໃນປະເທດລາວ ຄັ້ງທີ 6 “DigiCon6 ASIA Awards-ASIA’s SUPREME SHORT MOVIE CONTEST”

1. ເປົ້າໝາຍ ແລະ ຈຸດປະສົງ

  ນັບຕັ້ງແຕ່ ປີ 2000ເປັນຕົ້ນມາບໍລິສັດສື່ສານຂອງປະເທດຍີ່ປຸ່ນ ຊຶ່ງເປັນລະບົບກະຈາຍສຽງຂອງໂຕກຽວ ຫຼືວ່າ TBS ໄດ້ຈັດການແຂ່ງຂັນທີ່ເອີ້ນວ່າ  DigiCon6 ASIA Awards” ຫຼືວ່າ ການແຂ່ງຂັນຄັດເລືອກຮູບເງົາສັ້ນ ຂື້ນທຸກໆປີ
ທີ່ປະເທດຍີ່ປຸ່ນ. ຈຸດປະສົງແມ່ນເພື່ອຊອກຫາລາງວັນຮູບເງົາສັ້ນ, ກະຕຸນສັ້ນທີ່ສ້າງໂດຍຜູ້ມີພອນສະຫວັນ
ຈາກບັນດາປະເທດໃນພາກພື້ນເອເຊຍ. ແລະ ປີນີ້ຈະໄດ້ຈັດຂື້ນໃນເດືອນຕຸລາທີ່ນະຄອນໂຕກຽວຊຶ່ງເປັນຄັ້ງທີ 27
. ລາຍລະອຽດເຂົ້າມາອ່ານທີ່: https://www.tbs.co.jp/digicon/en/

ກ່ອນການແຂ່ງຂັນທີ່ໂຕກຽວ, ຈະໄດ້ຈັດໃຫ້ມີການແຂ່ງຂັນຂັ້ນເຂດຂື້ນໃນແຕ່ລະປະເທດ ແລະ ພາກພື້ນໃນອາຊີທັງໝົດ 15 ປະເທດ ເຊັ່ນ: ຍີ່ປຸ່ນກຳປູເຈຍ, ຈີນຮົງກົງ, ອິນເດຍ,

ອິນໂດເນເຊຍ, ເກົາຫຼີໃຕ້, ມະເລເຊຍ, ສິງກະໂປສີລັງກາ, ໃຕ້ຫວັນໄທ, ມົງໂກນ, ອີຣານ,
ແລະ ປະເທດລາວ. ຄັ້ງນີ້ຈະເປັນຄັ້ງທີ 6 ສຳລັບປະເທດລາວທີ່ຈະສົ່ງຜົນງານເຂົ້າຮ່ວມແຂ່ງຂັນຊຶ່ງມູນນິທິຍີ່ປຸ່ນຈະເປັນຜູ້ຈັດງານການແຂ່ງຂັນດັ່ງກ່າວຄືທີ່ຜ່ານມາ.

  ລາງວັນທອງຄຳ ພ້ອມທັງລາງວັນສິນລະປະດີທີ່ສຸດ ແລະ
ເນື້ອຫາດີທີ່ສຸດ ຂັ້ນພາກພຶ້ນ ຈະໄດ້ຖືກສົ່ງໄປແຂ່ງຂັນຄັດເລືອກ ທີ່ປະເທດຍີ່ປຸ່ນ.
ຖ້າຫາກລາງວັນໃດໜຶ່ງ ໄດ້ຮັບລາງວັນໃນລະດັບສາກົນ
, ເຈົ້າຂອງລາງວັນ (ຕາງໜ້າ
1 ຄົນ
) ກໍ່ຈະຖືກເຊີນໄປຮ່ວມງານມອບລາງວັນທີ່ປະເທດຍີ່ປຸ່ນ

 2. ລາຍລະອຽດຂອງການແຂ່ງຂັນຂັ້ນພາກພື້ນຄັ້ງທີ6 ໃນນະຄອນຫຼວງວຽງຈັນ

 
        (1)   
ຮູບແບບຂອງຮູບເງົາສັ້ນທີ່ຈະສົ່ງເຂົ້າມາແຂ່ງຂັນ

          a.  ບໍ່ຈຳກັດຫົວຂໍ້

          b. ຄວາມຍາວຂອງຄລິບບໍ່ກາຍ 15 ນາທີ

          c. ວິດີໂອຈະລວມມີ ກະຕຸນ CG (2D/3D), ອະນິເມຊັ້ນ ຮູບປັ້ນ, ຖ່າຍ

          ພາບ ແລ້ວມາຕັດຕໍ່ກັນ ແລະ ການຖ່າຍທຳວິດີໂອຈິງ…  

          d. ຊະນິດຂອງໄຟຣ໌ ແມ່ນເປັນ MP4 ຫຼື MOV

       (ລະດັບຄຸນນະພາບ FHD 1920 x 1080)

         e. ທຸກເລື່ອງຖ້າສົນທະນາເປັນພາສາລາວກະລຸນາໃສ່ຄໍາບັນຍາຍເປັນອັງກິດ.

        f.ກະລຸນາກວດສອບລິກຂະສິກໃນການນໍາໃຊ້ພາບ ຫຼື ສຽງ ປະກອບໃສ່ໃນວິດີໂອ
       ໂດຍໄດ້ຮັບອະນຸຍາດຖືກຕ້ອງໃນການນຳໃຊ້.
       ຖ້າຫາກກວດພົບວ່າມີການນຳໃຊ້ບໍ່ຖືກຕ້ອງຈະຖືວ່າສະລະສິດ.

       g.  ເລື່ອງທີ່ເຄີຍສົ່ງເຂົ້າແຂ່ງໃນງານອື່ນໆໂດຍທີ່ບໍ່ເຄີຍຮັບລາງວັນມາກ່ອນກໍ່ສາມາດສົ່ງເຂົ້າມາແຂ່ງຂັນໄດ້

          ໝາຍເຫດວິດີໂອທີ່ຜະລິດອອກບໍ່ໃຫ້ແຕະຕ້ອງເຖິງເລື່ອງການເມືອງ
ແລະ ໃຫ້ມີເນື້ອໃນທີ່
 ເໝາະສົມກັບເຍົາວະຊົນຊາວໜຸ່ມ ຫຼື ໃຫ້ແທດເໝາະກັບໃນສັງຄົມ.

        (2) ເງື່ອນໄຂຜູ້ສະໝັກ

           ຕ້ອງເປັນຄົນລາວ ແລະ ດຳລົງຊີວິດໃນປະເທດລາວ

        (3) ວິທີການຂໍສະໝັກເຂົ້າແຂ່ງຂັນ

             ກະລຸນາດາວໂຫຼດຟອມສະໝັກທີ່ນີ້:

ttps://drive.google.com/file/d/18OuAM3x8YZBgRapqDcUPOvu1IiQc4vWd/view?usp=sharing    

 
               

 

 

ສຳລັບໃຜທີ່ບໍ່ເຂົ້າໃຈພາສາອັງກິດໃຫ້ດາວໂຫລດຟອມຕົວຢ່າງທີ່ແປເປັນພາສາລາວຈາກນີ້:   https://shorturl.at/jACP7 

  ຫຼັງຈາກທີ່ຕື່ມຂໍ້ມູນຄົບຖ້ວນແລ້ວກະລຸນາສົ່ງມາທີ່

    [email protected]

       (4) ກຳນົດສົ່ງຮູບເງົາສັ້ນ

 
        a.
ປິດຮັບສະໝັກວັນທີ 25/07/2025 

            (ທ່ານສາມາດສົ່ງໄດ້ກ່ອນມື້ປິດຮັບສະໝັກກໍ່ໄດ້)

        b. ນຳໃຊ້Google Drive ເພື່ອສົ່ງຄລິບໃຫ້ ມູນນິທິ                                             ຍີ່ປຸ່ນ([email protected])

  • ລາງວັນຜູ້ຊະນະເລີດແຕ່ລະລະດັບ

         ລາງວັນຊະນະເລີດຫຼຽນຄຳ:
      ຈະໄດ້ຮັບເງິນສົດ
8,000,000 ກີບ     

      ລາງວັນສິນລະປະດີເດັ່ນ:
      ຈະໄດ້ຮັບເງິນສົດ
4,500,000 ກີບ      

      ລາງວັນບົດເລື່ອງດີເດັ່ນ:
      ຈະໄດ້ຮັບເງິນສົດ  
4,500,000 ກີບ   

      ລາງວັນຜົນໂຫວດດີເດັ່ນ:
      ຈະໄດ້ຮັບຂອງລາງວັນເປັນວັດຖຸ (ມູນຄ່າ
2,000,000 ກີບ)     

# ໃນນີ້ມີພຽງແຕ່ 3 ຜົນງານຄື: ລາງວັນທອງຄຳ, ລາງວັນສິນລະປະດີທີ່ສຸດ ແລະ ລາງວັນເນື້ອຫາດີທີ່ສຸດ ເທົ່ານັ້ນຈະຖືກສົ່ງຕໍ່ໄປແຂ່ງຂັນທີ່ງານ

Digicon6 ASIA Award ທີ່ປະເທດຍີ່ປຸ່ນ.

3.ຂໍ້ມູນຂອງຜູ້ຈັດງານຄັ້ງນີ້:

ມູນນິທິຍີ່ປຸ່ນປະຈຳນະຄອນຫຼວງ

 
       
ຜູ້ຮັບຜິດຊອບງານ:
ທ່ານ. ພຸດທະສອນ (ຕ້ອມ)

 (ໂທ ຫຼື ວອດແອັບ: 020-5560-6620)

 
       
ອີເມວ: [email protected]

 4.ສຳລັບຂໍ້ມູນເພີ່ມເຕີມໃນການແຂ່ງຂັນຮູບເງົາສັ້ນລະດັບພາກພື້ນໃນປະເທດລາວ, ກະລຸນາເຂົ້າໄປອ່ານທີ່:

        ເຟັສບຸກ: www.facebook.com/jfacvt/

        ເວັບໄຊ້: www.jfacvt.la

Be the first to comment

Leave a Reply