FY2024

 

ການແຂ່ງຂັນຮູບເງົາສັ້ນລະດັບພາກພື້ນໃນປະເທດລາວ ຄັ້ງທີ 5  “DigiCon6 ASIA Awards-ASIA’s SUPREME SHORT MOVIE CONTEST”

  1. ເປົ້າໝາຍ ແລະ ຈຸດປະສົງ

  ນັບຕັ້ງແຕ່ ປີ 2000 ເປັນຕົ້ນມາ ກຸ່ມບໍລິສັດສື່ສານຂອງປະເທດຍີ່ປຸ່ນ ຊຶ່ງເປັນລະບົບກະຈາຍສຽງຂອງໂຕກຽວ ຫຼືວ່າ TBS ໄດ້ຈັດການແຂ່ງຂັນທີ່ເອີ້ນວ່າ” DigiCon6 ASIA Awards” ຫຼືວ່າ ການແຂ່ງຂັນຄັດເລືອກຮູບເງົາສັ້ນ ຂື້້ນທຸກໆປີ ທີ່ປະເທດຍີ່ປຸ່ນ. ຈຸດປະສົງແມ່ນເພື່ອຊອກຫາລາງວັນຮູບເງົາສັ້ນທີ່ມີພອນສະຫວັນ ແລະ ກະຕຸນສັ້ນ ຈາກປະເທດ ແລະ ພາກພື້ນໃນເອເຊຍ. ແລະ ປີນີ້ຈະໄດ້ຈັດຂື້ນໃນເດືອນຕຸລາທີ່ນະຄອນໂຕກຽວ ຊຶ່ງເປັນຄັ້ງທີ 26. ລາຍລະອຽດເຂົ້າມາອ່ານທີ່: https://www.tbs.co.jp/digicon/en/

  ກ່ອນການແຂ່ງຂັນທີ່ໂຕກຽວ, ຈະໄດ້ຈັດໃຫ້ມີການແຂ່ງຂັນຂັ້ນເຂດຂື້ນໃນແຕ່ລະປະເທດ ແລະ ພາກພື້ນໃນອາຊີທັງໝົດ 15 ປະເທດ ເຊັ່ນ: ຍີ່ປຸ່ນ, ກຳປູເຈຍ, ຈີນ, ຮົງກົງ, ອິນເດຍ, ອິນໂດເນເຊຍ, ສາທາລະນະລັດເກົາຫຼີ, ມະເລເຊຍ, ສິງກະໂປ, ສີລັງກາ, ໃຕ້ຫວັນ, ໄທ, ມົງໂກນ, ອີຣານ, ແລະ ປະເທດລາວ.
  ຄັ້ງນີ້ຈະເປັນຄັ້ງທີ 5 ສຳລັບປະເທດລາວທີ່ຈະສົ່ງຜົນງານເຂົ້າຮ່ວມແຂ່ງຂັນ ຊຶ່ງມູນນິທິຍີ່ປຸ່ນຈະເປັນຜູ້ຈັດງານການແຂ່ງຂັນດັ່ງກ່າວຄືທີ່ຜ່ານມາ.

  ລາງວັນທອງຄຳ ພ້ອມທັງລາງວັນສິນລະປະດີທີ່ສຸດ ແລະ ເນື້ອຫາດີທີ່ສຸດ ຂັ້ນພາກພຶ້ນ ຈະໄດ້ຖືກສົ່ງໄປແຂ່ງຂັນຄັດເລືອກ ທີ່ປະເທດຍີ່ປຸ່ນ. ຖ້າຫາກລາງວັນໃດໜຶ່ງ ໄດ້ຮັບລາງວັນໃນລະດັບສາກົນ, ເຈົ້າຂອງລາງວັນກໍ່ຈະຖືກເຊີນໄປຮ່ວມງານມອບລາງວັນທີ່ປະເທດຍີ່ປຸ່ນ

  1. ລາຍລະອຽດຂອງການແຂ່ງຂັນຂັ້ນພາກພື້ນຄັ້ງທີ 5 ໃນ ນະຄອນຫຼວງວຽງຈັນ
          (1)   ຮູບແບບຂອງຮູບເງົາສັ້ນທີ່ຈະສົ່ງເຂົ້າມາແຂ່ງຂັນ

          a.  ບໍ່ຈຳກັດຫົວຂໍ້

          b. ຄວາມຍາວຂອງຄລິບບໍ່ກາຍ 15 ນາທີ

          c. ວິດີໂອຈະລວມມີ ກະຕຸນ CG (2D/3D), ອະນິເມຊັ້ນ ຮູບປັ້ນ, ຖ່າຍ

ພາບ ແລ້ວມາຕັດຕໍ່ກັນ ແລະ ການ

   ຖ່າຍທຳວິດີໂອຈິງ…  

d. ຊະນິດຂອງໄຟຣ໌ ແມ່ນເປັນ MP4 ຫຼື MOV (ລະດັບຄຸນນະພາບ FHD 1920 x 1080)

e. ທຸກເລື່ອງຖ້າສົນທະນາເປັນພາສາລາວ ກະລຸນາໃສ່ຄຳບັນຍາຍເປັນອັງກິດ.

f. ກະລຸນາກວດສອບລິກຂະສິກໃນການນຳໃຊ້ພາບ ຫຼື ສຽງ ປະກອບໃສ່ໃນວິດີໂອ ໂດຍໄດ້ຮັບອະນຸຍາດ

   ຖືກຕ້ອງໃນການນຳໃຊ້. ຖ້າຫາກກວດພົບວ່າມີການນຳໃຊ້ບໍ່ຖືກຕ້ອງຈະຖືວ່າສະລະສິດ.

g.  ເລື່ອງທີ່ເຄີຍສົ່ງເຂົ້າແຂ່ງໃນງານອື່ນໆ ໂດຍທີ່ບໍ່ເຄີຍຮັບລາງວັນມາກ່ອນ ກໍ່ສາມາດສົ່ງເຂົ້າມາແຂ່ງຂັນໄດ້

            ໝາຍເຫດ: ວິດີໂອທີ່ຜະລິດອອກບໍ່ໃຫ້ແຕະຕ້ອງເຖິງເລື່ອງການເມືອງ ແລະ ໃຫ້ມີເນື້ອໃນທີ່ ເໝາະສົມກັບເຍົາວະຊົນ-ຊາວໜຸ່ມ ຫຼື ໃຫ້ແທດເໝາະກັບໃນສັງຄົມ.

          (2) ເງື່ອນໄຂຜູ້ສະໝັກ

             ຕ້ອງເປັນຄົນລາວ ແລະ ດຳລົງຊີວິດໃນປະເທດລາວ

          (3) ວິທີການຂໍສະໝັກເຂົ້າແຂ່ງຂັນ

              ກະລຸນາດາວໂຫຼດຟອມສະໝັກຈາກລິ້ງລຸ່ມນີ້

                       https://shorturl.at/jluQ9   

                                

             ສຳລັບໃຜທີ່ບໍ່ເຂົ້າໃຈພາສາອັງກິດໃຫ້ດາວໂຫລດຟອມ

             ຕົວຢ່າງທີ່ແປເປັນພາສາລາວຈາກນີ້: 

                 https://shorturl.at/jACP7      

              ຫຼັງຈາກທີ່ຕື່ມຂໍ້ມູນຄົບຖ້ວນແລ້ວກະລຸນາສົ່ງມາທີ່

                  [email protected]

           (4) ກຳນົດສົ່ງຮູບເງົາສັ້ນ

          a. ປິດຮັບສະໝັກວັນທີ 21/07/2024 (ທ່ານສາມາດສົ່ງໄດ້ກ່ອນມື້ປິດຮັບສະໝັກ)

          b. ນຳໃຊ້ Google Drive ເພື່ອສົ່ງຄລິບໃຫ້ ສູນອາຊີ ມູນນິທິຍີ່ປຸ່ນ([email protected])

  • ລາງວັນຜູ້ຊະນະເລີດແຕ່ລະລະດັບ

           ລາງວັນຊະນະເລີດຫຼຽນຄຳ: ຈະໄດ້ຮັບເງິນສົດ 8,000,000 ກີບ

            ລາງວັນສິນລະປະດີເດັ່ນ: ຈະໄດ້ຮັບເງິນສົດ 4,500,000 ກີບ

            ລາງວັນບົດເລື່ອງດີເດັ່ນ: ຈະໄດ້ຮັບເງິນສົດ  4,500,000 ກີບ

            ລາງວັນຜົນໂຫວດດີເດັ່ນ: ຈະໄດ້ຮັບຂອງລາງວັນເປັນວັດຖຸ (ມູນຄ່າ 2,000,000 ກີບ)

            ລາງວັນວິດີໂອສັ້ນດີເດັ່ນ: ຈະໄດ້ຮັບຂອງລາງວັນເປັນວັດຖຸ (ມູນຄ່າ 2,000,000 ກີບ)

           # ໃນນີ້ມີພຽງແຕ່ 3 ຜົນງານຄື: ລາງວັນທອງຄຳ, ລາງວັນສິນລະປະດີທີ່ສຸດ ແລະ ລາງວັນເນື້ອຫາດີທີ່ສຸດ

              ເທົ່ານັ້ນຈະຖືກສົ່ງຕໍ່ໄປແຂ່ງຂັນທີ່ງານ Digicon6 ASIA Award ທີ່ປະເທດຍີ່ປຸ່ນ.

  1. ຂໍ້ມູນຂອງຜູ້ຈັດງານຄັ້ງນີ້:

           ມູນນິທິຍີ່ປຸ່ນ ປະຈຳນະຄອນຫຼວງ

          ຜູ້ຮັບຜິດຊອບງານ: ທ່ານ. ພຸດທະສອນ (ຕ້ອມ) 

          (ໂທ ຫຼື ວອດແອັບ: 020-5560-6620)

          ອີເມວ: [email protected]

  1. ສຳລັບຂໍ້ມູນເພີ່ມເຕີມໃນການແຂ່ງຂັນຮູບເງົາສັ້ນລະດັບພາກພື້ນໃນປະເທດລາວ, ກະລຸນາເຂົ້າໄປອ່ານທີ:

          ເຟັສບຸກ: www.facebook.com/jfacvt/

          ເວັບໄຊ້: www.jfacvt.la


Be the first to comment

Leave a Reply