ໂປຣແກມການເຊື້ອເຊີນເຂົ້າຮ່ວມເທດສະການຮູບເງົາສາກົນໂຕກຽວຄັ້ງທີ 32 – Invitation program to the 32nd Tokyo International Film Festival

October 15, 2019 Japan Foundation, Vientiane 0

ເທດສະການຮູບເງົາສາກົນໂຕກຽວ ຄັ້ງທີ 32 ຈະໄດ້ຈັດຂື້ນຕັ້ງແຕ່ວັນທີ 28 ຕຸລາ ເຖິງ ທີ 5 ພະຈິກ 2019. ສຳລັບປີທີ່ຜ່ານມາ, ທາງຝ່າຍຈັດງານເທດສະການຮູບເງົາສາກົນໂຕກຽວ ຫຼືວ່າ TIFF ແລະ ສູນອາຊີມູນນິທິຍີ່ປຸ່ນໄດ້ລິເລີ່ມການແລກປ່ຽນທີ່ມີຫົວຂໍ້ “ໂຄງການແລກປ່ຽນວັດທະນະທຳດ້ານຮູບເງົາ” ຊຶ່ງລວມມີຫຼາຍລາຍການທີ່ຖືກອອກແບບເພື່ອສົ່ງເສີມການແລກປ່ຽນ ແລະ ສ້າງເຄືອຂ່າຍລະຫວ່າງຜູ້ສ້າງຮູບເງົາໃນອາຊີ, ນັກຂ່າວ ແລະ ກຸ່ມເປົ້າໝາຍອື່ນໆ.ສຳລັບປີນີ້ ມີຕົວແທນມືອາຊີບໃນຂະແໜງຕ່າງໆຈາກປະເທດລາວໄດ້ຖືກເຊີນເຂົ້າຮ່ວມເຊັ່ນ: […]

DANCE DANCE ASIA 2019

August 16, 2019 Japan Foundation, Vientiane 0

ງານການສະແດງເຕັ້ນ DANCE DANCE ASIA ທີ່ຈັດຂື້ນໃນນະຄອນໂຕກຽວໄດ້ສຳເລັດເປັນທີ່ຮຽບຮ້ອຍໃນເດືອນທີ່ຜ່ານມາ ໃນລະຫວ່າງວັນທີ 12 – 14 ເດືອນ 7 ປີ 2019. ໃນນີ້ໄດ້ມີຕົວແທນຈາກປະເທດລາວ 2 ທ່ານຄື: C-Lil ແລະ Topiek ໄດ້ຖືກເຊີນເຂົ້າຮ່ວມໃນນາມສະມາຊິກຂອງງານຄັ້ງນີ້. ລາຍລະອຽດເຂົ້າໄປອ່ານທີ່ນີ້: https://jfac.jp/en/culture/events/e-asia2019-dance-dance-asia/ DANCE DANCE ASIA […]

ງານບຸນ Festival/Tokyo 2019

August 15, 2019 Japan Foundation, Vientiane 0

ງານບຸນ Festival/Tokyo ຫຼື  F/T ທີ່ໄດ້ຈັດຂື້ນ ຕັ້ງແຕ່ປີ 2009 ແລະ ສືບຕໍ່ຈັດທຸກໆປີໃນລະດູໃບໄມ້ລົ່ນທີ່ນະຄອນໂຕກຽວ ຊຶ່ງໃນງານຈະລວມເອົາສິນລະປິນ ຈາກຍີ່ປຸ່ນ ແລະ ທົ່ວໂລກມາສະແດງໃນງານ. ປີນີ້ກໍ່ເຊັ່ນດຽວກັນຈະຈັດຂື້ນໃນວັນທີ 5 ເດືອນ 10 ຈົນຮອດ ວັນທີ 10 ເດືອນ 11 ປີ 2019. ລາຍລະອຽດເຂົ້າໄປອ່ານທີ່ນີ້: […]

ບັນດາຄູສອນທີ່ໂຮງຮຽນມັດທະຍົມສຶກສາກຳລັງກະກຽມທີ່ຈະສອນພາສາຍີ່ປຸ່ນໃນສົກຮຽນໃໝ່

ໃນ​ວັນ​ທີ 8 ເດືອນ​ກໍ​ລະ​ກົດຜ່ານມາ, ຫຼັກ​ສູດ​ການ​ຝຶກ​ອົບ​ຮົມ​ແບບ​ເລັ່ງ​ລັດສຳ​ລັບ​ບັນ​ດາ​ຄູ​ສອ​ນ​ພາ​ສາ​ຍີ່​ປຸ່ນ​ໃນ​ລະ​ດັບ​ຊັ້ນ​ມັດ​ທະ​ຍົມ​ສຶກ​ສາ​ ໄດ້​ເລີ່ມ​ຂຶ້ນ​ຢູ່​ທີ່​ສູນ​ຝຶກ​ອົບ​ຮົມ​ຂອງ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ທີ່​ນະ​ຄອນຫຼວງວຽງ​ຈັນ. ​​ການ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ​ໄດ້​ຈັດ​ຂຶ້ນ​ໂດຍ​ການ​ໃຫ້ກຽດເຂົ້າ​ຮ່ວມ​ເປັນ​ປະ​ທານ​ພິ​ທີເປີດ​ຂອງ ທ່ານ ຄຳ​ພັນ ພິມ​ສີ​ປະ​ສົມ, ອະ​ດີດຮອງ​ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ສຶກ​ສາ ຫຼື ສວ​ສ, ແລະ ທ່ານ ນາງ ໂຄ​ຊູ​ເອະ ຄາ​ວາ​ມູ​ລະ, ຮອງ​ຜູ້​ອຳ​ນວຍ​ການ​ສູນ​ອາ​ຊີ, ມູນ​ນິ​ທິ​ຍີ່​ປຸ່ນ ປະ​ຈຳ​ນະ​ຄອນຫຼວງວຽງ​ຈັນ. ຄູ​ສອນ 13 ທ່ານ ຈາກ​ໂຮງ​ຮຽນ​ມັດ​ທະ​ຍົມ​ສົມ​ບູນ​ວຽງ​ຈັນ, […]