ບັນດາຄູສອນທີ່ໂຮງຮຽນມັດທະຍົມສຶກສາກຳລັງກະກຽມທີ່ຈະສອນພາສາຍີ່ປຸ່ນໃນສົກຮຽນໃໝ່

ໃນ​ວັນ​ທີ 8 ເດືອນ​ກໍ​ລະ​ກົດຜ່ານມາ, ຫຼັກ​ສູດ​ການ​ຝຶກ​ອົບ​ຮົມ​ແບບ​ເລັ່ງ​ລັດສຳ​ລັບ​ບັນ​ດາ​ຄູ​ສອ​ນ​ພາ​ສາ​ຍີ່​ປຸ່ນ​ໃນ​ລະ​ດັບ​ຊັ້ນ​ມັດ​ທະ​ຍົມ​ສຶກ​ສາ​ ໄດ້​ເລີ່ມ​ຂຶ້ນ​ຢູ່​ທີ່​ສູນ​ຝຶກ​ອົບ​ຮົມ​ຂອງ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ທີ່​ນະ​ຄອນຫຼວງວຽງ​ຈັນ.

​​ການ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ​ໄດ້​ຈັດ​ຂຶ້ນ​ໂດຍ​ການ​ໃຫ້ກຽດເຂົ້າ​ຮ່ວມ​ເປັນ​ປະ​ທານ​ພິ​ທີເປີດ​ຂອງ ທ່ານ ຄຳ​ພັນ ພິມ​ສີ​ປະ​ສົມ, ອະ​ດີດຮອງ​ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ສຶກ​ສາ ຫຼື ສວ​ສ, ແລະ ທ່ານ ນາງ ໂຄ​ຊູ​ເອະ ຄາ​ວາ​ມູ​ລະ, ຮອງ​ຜູ້​ອຳ​ນວຍ​ການ​ສູນ​ອາ​ຊີ, ມູນ​ນິ​ທິ​ຍີ່​ປຸ່ນ ປະ​ຈຳ​ນະ​ຄອນຫຼວງວຽງ​ຈັນ.

ຄູ​ສອນ 13 ທ່ານ ຈາກ​ໂຮງ​ຮຽນ​ມັດ​ທະ​ຍົມ​ສົມ​ບູນ​ວຽງ​ຈັນ, ໂຮງ​ຮຽນ​ມັດ​ທະ​ຍົມ​ສົມ​ບູນ​ໜອງບອນ, ໂຮງ​ຮຽນ​ມັດ​ທະ​ຍົມ​ສົມ​ບູນ​ເພຍ​ວັດ ແລະ ໂຮງ​ຮຽນ​ມັດ​ທະ​ຍົມ​ສົມ​ບູນ​ໂພນ​ທັນ ແລະ 1 ທ່ານ ຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ສູນພາສາຕ່າງປະເທດ ຈະ​ເຂົ້າ​ຮ່ວມ​ໃນ​ຫຼັກ​ສູດ​ເປັນ​ໄລ​ຍະ 28 ວັນ. ບັນ​ດາ​ອາ​ຈານ​ຈາກ​ພະ​ແນກ​ພາ​ສາ​ຍີ່​ປຸ່ນ, ຄະ​ນະ​ອັກ​ສອນ​ສາດ ແລະ ອາ​ຈານ​ຈາກ​ສະ​ຖາ​ບັນ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ລາວ-ຍີ່​ປຸ່ນ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ ​ກໍ​​ຈະ​ໄດ້​ໃຫ້​ກາ​ນ​ສະ​ໜັບ​ສະ​ໜູນ​ຢ່າງ​ເຕັມ​ທີ່​ໃນ​ນາມ​ເປັນ​ວິ​ທະ​ຍາ​ກອນ​ໃນ​ຫຼັກ​ສູດ​ດັ່ງ​ກ່າວ.

Be the first to comment

Leave a Reply