chihayahuru-part-2-_visual_4

chihayahuru-part-2-_visual_4

Chihayafuru Part II (2016) 103’ / KOIZUMI Norihiro
Arata ແມ່ນຫມູ່ສະນິດຂອງ Chihaya ໃນສະໄຫມເຍົາໄວ ແລະ ຮ່ວມຫຼີ້ນເກມ Karuta ນໍາກັນໃນສະໄຫມຮຽນ ແລະ ທັງສອງກໍ່ມີຄວາມຜູກພັນກັນຫລາຍ, ກ່ອນທີ່ໝູ່ຜູ້ທີ່ລັກມັກ Chihaya , Taichi ຈະເຂົ້າມາສູ່ເກມການຫຼີ້ນອີກຄົນ Taichi ເປັນຜູ້ຊາຍຜູ້ຫນຶ່ງທີ່ເຂົ້າມາໃນຊີວິດຂອງ Chihaya ແລະ ຮັກລາວ ເມື່ອ Taichi ໄດ້ຮູ້ເລື່ອງລາວໃນສະໄຫມເຍົາໄວ ແລະ ຄວາມຜູກພັນຂອງສອງຄົນລະຫວ່າງ Chihaya ແລະ Arata ກໍ່ເຮັດໃຫ້ລາວເກີດຄວາມຫຶງຫວງຂື້ນ ດັ່ງນັ້ນ ການແຂ່ງຂັນເພື່ອເດີມພັນດ້ວຍຄວາມຮັກຈິ່ງໄດ້ເກີດຂື້ນ ລະຫວ່າງ Taichi ກັບ Arata ດ້ວຍເຫດນັ້ນຈິ່ງກໍ່ເກີດເປັນເລື່ອງລາວຄວາມຮັກ ແລະ ມິດຕະພາບຢູ່ເທິງເກມ Karuta ທີ່ເຊື່ອມທັງສາມຄົນເຂົ້າໄວ້ດ້ວຍກັນ.
ນອກນີ້ Chihaya ຍັງມີຄວາມຫວັງທີ່ຈະນຳພາທີມຊະນະງານແຂ່ງຂັນການຫຼີ້ນເກມ Karuta ທົ່ວປະເທດອີກດ້ວຍ ແລະ ນາງຍັງໄດ້ຫວັງທີ່ຈະເອົາຊະນະລາຊະນີ Shinobu Wakamiya ຜູ້ທີ່ມີສີມືທີ່ເກັ່ງຂັ້ນເທບ ແລະ ຫຼີ້ນເກມ Karuta ດ້ວຍມືຊ້າຍ.

c 2016 “Chihayafuru” Film Partners c Yuki Suetsugu / KODANSHA LTD.

Be the first to comment

Leave a Reply