the-mohican-comes-home_visual_4

the-mohican-comes-home_visual_4

The Mohican Comes Home (2016) 125’ / OKITA Shuichi
ຮູບເງົານີ້ແມ່ນຖ່າຍທຳຢູ່ທີ່ ແຂວງຮິໂຣຊິມາ ເຊິ່ງເປັນບ້ານເກີດ Yazawa Eikichi (ນັກຮ້ອງເພງຣັອກ) ຜູ້ທີ່ມີຊື່ສຽງໃນຍີ່ປຸ່ນ ເຊິ່ງຕົວລະຄອນຜູ້ເປັນພໍ່ Osamu ນັ້ນແມ່ນມັກນັກຮ້ອງຜູ້ນີ້ຫລາຍ ລາວເລີຍໃຫ້ຊື່ລູກຊາຍວ່າ: Eikichi, ສ່ວນຕົວລະຄອນຜູ້ເປັນແມ່ Haruko ແມ່ນຮັກມັກ Hiroshima Carp ເຊິ່ງເປັນທິມເບສບອນ Hiroshima ທີ່ມີຊື່ສຽງໃນຍີ່ປຸ່ນ.
Mohichan (Eikichi) ໄດ້ອອກຈາກຮິໂຣະຊິມະ ໄປອາໄສຢູ່ໂຕກຽວ. Eikichi ລາວໄດ້ພະຍາຍາມຕາມຫາຜົນສໍາເລັດກັບວົງດົນຕີຂອງລາວ ແຕ່ກໍ່ລົ້ມເຫລວ. 7ປີຜ່ານໄປ Eikichi ໄດ້ກັບບ້ານເກີດ ເພື່ອມາຢ້ຽມຢາມບ້ານ ແລະ ແນະນໍາເມຍຂອງລາວໃຫ້ພໍ່ແມ່ໄດ້ຮັບຮູ້ພ້ອມທັງບອກຂ່າວດີວ່າ: ເມຍຂອງລາວກຳລັງຖືພາຢູ່. ຫລັງຈາກນັ້ນພໍ່ຂອງ Eikichi ໄດ້ລົ້ມປ່ວຍເປັນໂລກມະເລັງຂັ້ນສຸດທ້າຍ.

(c)2016″The Mohican Comes home” Production Partners, LCC.

Be the first to comment

Leave a Reply