the-magnificent-nine_visual_1

the-magnificent-nine_visual_1

The Magnificent Nine (2016) 129’ / NAKAMURA Yoshihiro
ຮູບເງົາເລື່ອງນີ້ເວົ້າເຖິງຫມູ່ບ້ານທີ່ທຸກຈົນແຫ່ງຫນຶ່ງຢູ່ໃນປະເທດຍີ່ປຸ່ນສະໄຫມເອະໂດະເຊິ່ງມີເສດຖະກິດທີ່ຟືດເຄືອງ ແລະ ການກູ້ຍືມເງິນລະຫວ່າງເຈົ້າສັກດີນາກັບຊາວບ້ານ. ປະຊາຊົນທີ່ອາໄສຢູ່ຫມູ່ບ້ານຍາກຈົນແຫ່ງນີ້ມີຊີວິດການເປັນຢູ່ທີ່ຍາກລຳບາກຫລາຍ ເພາະຖືກບັງຄັບໃຫ້ໃຊ້ແຮງງານ, ເສຍໜີ້ພາສີຢ່າງໜັກໜ່ວງໃຫ້ແກ່ ເຈົ້າສັກດີນາຜູ້ປົກຄອງເມືອງ. ໃນນັ້ນ ມີຜູ້ນຳຂອງບ້ານ 9 ຄົນ ເຊິ່ງນໍາໂດຍ Juzaburo ໄດ້ພາກັນປຶກສາຫາລືເພື່ອຫາວິທີແກ້ໄຂຊີວິດການເປັນຢູ່ຂອງຊາວບ້ານໃຫ້ດີຂື້ນກວ່າເກົ່າ ເຊິ່ງໄດ້ພາກັນວາງແຜນລົງທຶນທາງການເງິນເພື່ອທີ່ຈະພິກຜັນໂຊກຊາຕາຂອງພວກເຂົາເຈົ້າ.

(c) 2016 “The Magnificent Nine” Film Partners

Be the first to comment

Leave a Reply