ບົດສຳພາດຜູ້ເຂົ້າຮ່ວມ TPAM 2019 (ທ່ານ.ນາງ ທານຕະວັນ ສີວິໄລ)

ສຳລັບການຈັດງານ TPAM 2019 ຫຼື Tokyo Performing Art Meeting 2019 (ກອງປະຊຸມສິນລະປະການສະແດງໂຕກຽວ) ທີ່ເມືອງໂຢໂກຮ່າມ້າ ປະເທດຍີ່ປຸ່ນ ຕັ້ງແຕ່ ວັນທີ 9 – 17 ເດືອນ 2 ປີ 2019 ທີ່ຜ່ານມາ ໄດ້ມີຕົວແທນຈາກປະເທດລາວທີ່ມາຈາກບໍລິສັດ ກ້າວໜ້າ ເອັນເຕີເທັນເມັນ ຈຳກັດ 1 ທ່ານ ແລະ ບໍລິສັດ ຝັ່ງລາວ 1 ທ່ານ, ຊຶ່ງມີລາຍຊື່ລຸ່ມນີ້:

  1. ທ່ານ. ນາງ ທານຕາວັນ ສີວິໄລ (ກ້ອຍ), ອາຊີບ: ຜູ້ຈັດການ, ຜູ້ຊ່ວຍຜູູ້ອຳນວຍການ.
  2. ທ່ານ. ອຸນຫຼ້າ ພາອຸດົມ (ກ່າກ້າ), ອາຊີບ: ຜູ້ອຳນວຍການ, ນັກອອກແບບທ່າເຕັ້ນ
    ຫຼັງຈາກທີ່ ທັງ 2 ທ່ານ ໄດ້ໄປເຂົ້າຮ່ວມງານຄັ້ງນີ້. ຈິ່ງຂໍບອກກ່າວປະສົບການຕ່າງໆທີ່ໄດ້ພົບມາດັ່ງລຸ່ມນີ້:

1.ບົດສຳພາດຜູ້ທີ 1) ທ່ານ. ນາງ ທານຕາວັນ ສີວິໄລ (ກ້ອຍ)

1) ໄດ້ໄປເຂົ້າຮ່ວມງານຢູ່ເມືອງໃດແດ່?
ຕອບ: ໂຄງການ TPAM 2019 (Tokyo Performing Art Meeting in Yokohama) ຫຼັກໆສ່ວນໃຫຍ່ກໍແມ່ນຢູ່ທີ່ຕົວເມືອງໂຢໂກຮາມາ, ການຈັດການສະແດງແຕ່ລະສະຖານທີ່ຖືວ່າສະດວກໃນການໄປມາ ໂດຍສ່ວນໃຫຍ່ກໍແມ່ນ

  • Kosha 33 Hall ທີ່ເປັນຈຸດຮັບຂໍ້ມູນກ່ຽວກັບງານທັງໝົດ
  • KAAT Kanagawa Arts Theatre ຫຼືຕຶກສະຖານີໂທລະພາບ NHK ໃນເມືອງໂຢໂກຮາ
  • BankART Station ເປັນບ່ອນສຳລັບງານລ້ຽງຕ້ອນຮັບຄະນະຜູ້ເຂົ້າຮ່ວມ TPAM 2019
  • Yokohama Port Opening Memorial Hall ເປັນໜຶ່ງໃນສະຖານທີ່ທີ່ໃຊ້ໃນ TPAM Exchange ກໍຄືມີ Speed Networking ລ
  • Yokohama Red Brick Warehouse ອາຄານສີແດງສອງຕຶກເຊີ່ງເຄີຍເປັນທີ່ທຳການທ່າເຮືອມາກ່ອນ
  • Zou-no-Hana Terrace ຮ້ານຄາເຟ່ທີ່ທ່າເຮືອໂຢໂກຮາມາ ໃຫໃກ້ກັບ Redbrick
  • Mass x mass Kannai Future Center ເຊິ່ງໄດ້ເຂົ້າຮ່ວມການສຳມະນາຂອງໂປຣເຈັກ Asia Next generation ທີ່ເປັນການປຶກສາຫາລືຫຼາຍດ້ານກ່ຽວກັບການສະແດງ ແລະ ສິລະປະໃນເອເຊຍ.
  • Amezon club ຄາເຟ່ສຳລັບການພົບປະຕອນກາງຄືນ  

2) ໃນງານໄດ້ພົບກັບໃຜແດ່? ແລະ ໄດ້ມີໂອກາດ ທີ່ຈະຮ່ວມມືກັບຜູ້ເຂົ້າຮ່ວມໃດແດ່ໃນອະນາຄົດ?
ຕອບ: ໃນງານຄັ້ງນີ້ໄດ້ພົບປະກັບ Producer, Director ແລະ ສິນລະປິນຫຼາຍໆທ່ານຈາກຫຼາຍປະເທດ ທັງເອເຊຍ ແລະ ເອີຣົບ, ໄດ້ເຂົ້າສະເໜີໂປຣໄຟລ໌ສິນລະປິນໃນ ການພົບປະຂອງໂປຣແກຣມ Speed Networking ໃຫ້ແກ່ຜູ້ອຳນວຍການດ້ານການຮ່ວມມືຈາກເອີຣົບ, ຖືເປັນໂອກາດທີ່ດີທີ່ໄດ້ຮູ້ຈັກຜູ້ສ້າງຫຼາຍໆທ່ານ ໂດຍລວມແລ້ວ ສາຂາທີ່ໄດ້ພົບປະ ໂອ້ລົມກັນສ່ວນໃຫຍ່ກໍແມ່ນດ້ານລະຄອນເວທີ ແລະ ການເຕັ້ນ Contemporary ເຊິ່ງສຳລັບໂຕກ້ອຍທີ່ມາຈາກທຸລະກິດການບັນເທີງ ທີ່ເປັນດ້ານດາລາ ນັກຮ້ອງ ສິນລະປິນແລ້ວ ຂ້ອນຂ້າງໄກ ແລະ ໃກ້ຄຽງໄປໃນໂຕ ແລະ ໃນການປະຊຸມສຳມະນາໃນໂປຣແກຣມ Asia Next Generation ກໍໄດ້ໂອ້ລົມໃຫ້ຄໍາປຶກສາກ່ຽວກັບການໂຄສະນາໃນບາງສ່ວນໃນທີ່ປະຊຸມ
3) ຖ້າມີໂອກາດໜ້າ ຕົນເອງຢາກເຂົ້າຮ່ວມງານອີກບໍ? ແລະ ຢາກເຂົ້າຮ່ວມໃນລັກສະນະງານແນວໃດ?
ຕອບ: ເປັນໂອກາດທີ່ດີຫຼາຍທີ່ໄດ້ເຂົ້າຮ່ວມແລກປ່ຽນປະສົບການ, ທຳຄວາມຮູ້ຈັກ ແລະ ຮຽນຮູ້ດ້ານອື່ນໆຂອງວົງການບັນເທິງໃນຕ່າງປະເທດ ແລະ ຫວັງວ່າຖ້າມີໂອກາດກໍຢາກເຂົ້າຮ່ວມພົບປະຜູ້ສ້າງ ແລະ ສິນລະປິນຈາກຂະແໜງໃກ້ຄຽງກັນເພີ່ມຕື່ມ ເຊັ່ນນັກຮ້ອງ, ນັກສະແດງ, ນັກແຕ່ງເພງ, ຜູ້ເຮັດວຽກກ່ຽວກັບສິນລະປິນ ແລະ ຜູ້ຈັດການການສະແດງທີ່ຫຼາກຫຼາຍຍິ່ງຂຶ້ນ ເພື່ອຈະສາມາດນຳເອົາປະສົບການທີ່ຕົນເອງມີໄປແລກປ່ຽນ ໂອ້ລົມເພື່ອໃຫ້ເປັນປະໂຫຍດຕໍ່ການພັດທະນາວົງການບັນເທິງໃນລາວໄດ້ຫຼາຍຂຶ້ນ
4) ຈະໃຫ້ຄຳແນະນຳ ແນວໃດສຳລັບ ຜູ້ທີ່ຈະເຂົ້າຮ່ວມງານ ໃນຄັ້ງໜ້າຄວນກະກຽມຫຍັງແດ່?
ຕອບ: ສຳລັບຜູ້ສະໝັກໃນຫົວຂໍ້ຂອງປີຕໍ່ໄປ ຫວັງວ່າທ່ານຈະໄດ້ຄວາມຮູ້ ແລະ ປະສົບການທີ່ເປັນປະໂຫຍດ ເພື່ອນຳມາພັດທະນາວຽກງານໃນສາຂາຂອງທ່ານ ເຊິ່ງສຳລັບໂຄງການ TPAM ນີ້ ທ່່ານຕ້ອງມີ:

  • ພື້ນຖານດ້ານພາສາອັງກິດທີ່ດີພໍສົມຄວນ.
  • ກຽມວຽກບ້ານກ່ຽວກັບ ປະສົບການຈາກການພົບເຈິບັນຫາ ແລະ ຂໍ້ຄົງຄ້າງໃນວຽກງານສາຂາຂອງທ່ານ ລວມທັງຫົນທາງແກ້ໄຂທີ່ທ່ານຢາກປຶກສາຫາລື.
  • ທ່ານຄວນມີນາມບັດຂອງທ່ານເອງ ເພື່ອເປັນການສ້າງ Connection ທີ່ດີໃນອະນາຄົດ.
  • ສຸຂະພາບຮ່າງກາຍທີ່ດີ ເພາະສ່ວນໃຫຍ່ແລ້ວ ແມ່ນໂຄງການຈະຈັດຂຶ້ນໃນຊ່ວງເດືອນກຸມພາ ເຊິ່ງເປັນຊ່ວງເວລາທີ່ໜາວທີ່ສຸດຂອງຍີ່ປຸ່ນ ອຸນຫະພູມຢູ່ທີ່ 2-6 ອົງສາ.
  • ທ່ານຄວນສຶກສາສະພາບອາກາດກ່ອນເດີນທາງອອກຈາກທີ່ພັກທຸກຄັ້ງ, ແລະ ຄວນສຳຫຼວດເສັ້ນທາງໃນສະຖານທີ່ທີ່ຈະໄປໃຫ້ຢ່າງລະອຽດທຸກຄັ້ງ ສາມາດເຊັກຈາກ Google Map ໄດ້.
  • ຄວາມຕື່ນໂຕທີ່ຈະພົບກັບສະຖານະການຕ່າງໆ, ພ້ອມທີ່ຈະພົບປະໝູ່ໃໝ່ ແລະ ການເຂົ້າກັບຄົນງ່າຍຈະເປັນເລື່ອງທີ່ດີຫຼາຍສຳລັບໂຄງການນີ້.
  • ຄວນຄຳນວນຄ່າໃຊ້ຈ່າຍພ້ອມພາສີທຸກຄັ້ງກ່ອນຕັດສິນໃຈທຸກຄັ້ງ.
  • ບັດປະຈຳຕົວຂອງໂຄງການຄວນພົກຕິດຕົວໄວ້ຕະຫຼອດ.

ສຸດທ້າຍນີ້ ຂໍອວຍພອນໃຫ້ທ່ານປະສົບຜົນສຳເລັດ ສາມາດເຂົ້າຮ່ວມໂຄງການນີ້ໄດ້ ແລະ ຫວັງວ່າທ່ານຈະນຳປະສົບການຈາກໂຄງການນີ້ກັບມາພັດທະນາສາຂາຂອງທ່ານຢ່າງເຕັມທີ່.

ປລ. ໃນການຍື່ນເອກະສານສະໝັກ ທ່ານຄວນແນບໜ້າຂ່າວທີ່ທ່ານເຄີຍເຮັດຜົນງານຜ່ານມາໃນສະບັບພາສາອັງກິດນຳດ້ວຍ.

Be the first to comment

Leave a Reply