ໂປຣແກມການເຊື້ອເຊີນເຂົ້າຮ່ວມເທດສະການຮູບເງົາສາກົນໂຕກຽວຄັ້ງທີ 31 – Invitation program to the 31st Tokyo International Film Festival

ເທດສະການຮູບເງົາສາກົນໂຕກຽວ ຄັ້ງທີ 31 ຈະໄດ້ຈັດຂື້ນຕັ້ງແຕ່ວັນທີ 25 ຕຸລາ ເຖິງ ທີ 3 ພະຈິກ 2018. ສຳລັບປີທີ່ຜ່ານມາ, ທາງຝ່າຍຈັດງານເທດສະການຮູບເງົາສາກົນໂຕກຽວ ຫຼືວ່າ TIFF ແລະ ສູນອາຊີມູນນິທິຍີ່ປຸ່ນໄດ້ລິເລີ່ມການແລກປ່ຽນທີ່ມີຫົວຂໍ້ “ໂຄງການແລກປ່ຽນວັດທະນະທຳດ້ານຮູບເງົາ” ຊຶ່ງລວມມີຫຼາຍລາຍການທີ່ຖືກອອກແບບເພື່ອສົ່ງເສີມການແລກປ່ຽນ ແລະ ສ້າງເຄືອຂ່າຍລະຫວ່າງຜູ້ສ້າງຮູບເງົາໃນອາຊີ, ນັກຂ່າວ ແລະ ກຸ່ມເປົ້າໝາຍອື່ນໆ.
ສຳລັບປີນີ້ ມີຕົວແທນມືອາຊີບໃນຂະແໜງຕ່າງໆຈາກປະເທດລາວໄດ້ຖືກເຊີນເຂົ້າຮ່ວມເຊັ່ນ:

  1. Mr. Southiphone PHAFONG (DJ Pom),ຫົວໜ້າຂະແໜງກຳກັບການຜະລິດ, ແລະ ພິທີກອນ, ບໍລິສັດໂທລະພາບລາວສະຕ້າ
  2. Mr. Gabriel KUPERMAN, ຜູ້ສ້າງຕັ້ງ ແລະ ຜູ້ອຳນວຍການບຸນມະໂຫລານຮູບເງົາຫຼວງພະບາງ
  3. Mr. Eddy LEOW, ຜູ້ອຳນວຍການບໍລິສັດ Westec Media Co.,Ltd.

ລາຍລະອຽດສຳລັບຂໍ້ມູນອື່ນໆກ່ຽວກັບ TIFF ແມ່ນເຂົ້າໄປໃນເວັບໄຊ້ນີ້:
https://2018.tiff-jp.net/en/

The 31st Tokyo International Film Festival (TIFF) will be held from October 25 through November 3, 2018.  Following last year, TIFF and the Japan Foundation Asia Center have initiated the “Film Culture Exchange Projects”, which includes various programs designed to encourage exchanges and networking among Asian film professionals, journalists and other key figures.
This year the following professionals have been invited from Laos:

  1. Mr. Southiphone PHAFONG (Pom), Chief Producer, Lao Star Television Company
  2. Mr. Gabriel KUPERMAN, Founder & Director, Luang Prabang Film Festival
  3. Mr. Eddy LEOW, Managing Director, Westec Media Co.,Ltd.

For more information on TIFF visit the below:
https://2018.tiff-jp.net/en/

Be the first to comment

Leave a Reply