CHAI “NEO KAWAII NIGHT” in Laos

ມູນນີທີຍີ່ປຸ່ນ (Japan Foundation) ຈະຈັດຄອນເສີດຂອງວົງ CHAI ເຊິ່ງເປັນວົງດົນຕີທີ່ປະກອບດ້ວຍແມ່ຍິງ 4 ຄົນ 「CHAI “NEO KAWAII NIGHT in Laos and Cambodia”」ຢູ່ທີ່ ສປປ ລາວ(ນະຄອນຫຼອງວຽງຈັນ) ແລະ ກຳປູເຈຍ(ພະນົມເປນ)
—————————————————————————————————–
国際交流基金は、日・ASEAN友好協力50周年記念公演として、女性4人組バンドCHAIによる公演「CHAI “NEO KAWAII NIGHT in Laos and Cambodia”」をラオス(ビエンチャン)、カンボジア(プノンペン)で行います。
—————————————————————————————————–
As part of the 50th anniversary of ASEAN-Japan friendship and cooperation, the Japan Foundation will present concerts named CHAI “NEO KAWAII NIGHT in Laos and Cambodia” by CHAI, a dynamic all-female band.
=============================================================
ເນື້ອໃນການສະແດງ
ຊື່ງານ: CHAI “NEO KAWAII NIGHT in Laos and Cambodia”
ວັນເວລາ: 19ໂມງ ວັນສຸກ ທີ 8 ທັນວາ ທີ່ນະຄອນຫຼວງວຽງຈັນ
ສະຖານທີ່: ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ
ສິນລະປິນ: CHAI
—————————————————————————————————–
公演概要
公演名:CHAI “NEO KAWAII NIGHT in Laos and Cambodia”
日程  :ラオス・ビエンチャン  12月8日(金)19時
会場 :ラオス・ビエンチャン  ラオス国立文化会館
出演 :CHAI
=============================================================
ເພື່ອເປັນການສະເຫຼີມສະຫຼອງ ມິດຕະພາບລະຫວ່າງອາຊຽນແລະຍີ່ປຸ່ນ ຄົບຮອບ 50 ປີ, ມູນນິທິຍີ່ປຸ່ນ (Japan Foundation) ຈະສົ່ງສິນລະປິນໄປດໍາເນີນກິດຈະກໍາຢູ່ 6 ປະເທດອາຊຽນ ໂດຍແນໃສ່ການເສີມສ້າງຄວາມເຊື່ອຖືເຊິ່ງກັນແລະກັນ ໂດຍຜ່ານການສະແດງແລະງານພົບປະ ເພື່ອຮັດແໜ້ນສາຍພົວພັນລະຫວ່າງສອງຝ່າຍໃຫ້ເລິກເຊິ່ງ.ສິລະປະດົນຕີຂອງຍີ່ປຸ່ນແມ່ນໄດ້ມີການພັດທະນາໄປຕາມຍຸກສະໄໝ ເປັນຕົ້ນແມ່ນ ເພັງຍີ່ປຸ່ນທີ່ໃຊ້ເຄື່ອງດົນຕີພື້ນເມືອງ, ເພັງຣ໋ອກຍີ່ປຸ່ນທີ່ໄດ້ພັດທະນາມາແຕ່ຊຸມປີ 1970 ຢ່າງມີເອກະລັກສະເພາະໂຕ, ເພັງປະກອບກາຕູນອານິເມະ ທີ່ຈັບໃຈໄວລຸ້ນໃນປະຈຸບັນ ແລະ ອື່ນໆ. ນອກຈາກຈະເປັນການນໍາສະເໜີຄວາມຫຼາກຫຼາຍແລະຄວາມອຸດົມສົມບູນດັ່ງກ່າວແລ້ວ , ງານແລກປ່ຽນຢູ່ແຕ່ລະປະເທດໃນຄັ້ງນີ້ ຍັງຈະເປັນການສ້າງພະລັງແລະຄວາມຕື່ນໂຕ ໃຫ້ແກ່ທຸກໆຄົນທີ່ຈະເປັນຜູ້ກໍາອະນາຄົດໃນອີກ 50 ປີຂ້າງໜ້າຂອງປະເທດຍີ່ປຸ່ນ ແລະ ແຕ່ລະປະເທດອາຊຽນ ພ້ອມທັງຈະເປັນການສົ່ງສຽງເຊຍໃຫ້ແກ່ການສ້າງຄວາມສໍາພັນອັນເລິກເຊິ່ງໃນຕໍ່ໜ້ານໍາອີກ.ສໍາລັບ ສປປ ລາວ ແລະ ກໍາປູເຈຍ ຈະແມ່ນເວທີຂອງ ວົງ CHAI ເຊິ່ງເປັນວົງດົນຕີທີ່ປະກອບດ້ວຍແມ່ຍິງ 4 ຄົນ ທີ່ໄດ້ສ້າງຄວາມຕື່ນເຕັ້ນມາຫຼາຍຄັ້ງ ຈາກການສະແດງອອກໃນດົນຕີປ໋ອບທີ່ມີີຄໍາຂວັນເປັນ ““ຄວາມໜ້າຮັກແບບໃໝ່ (NEO Kawaii)” ທັງມີພອນສະຫວັນໃນການຂຽນເພັງ ແລະ ທັກສະການສະແດງທີ່ໂດດເດັ່ນ.ນອກຈາກການສະແດງແລ້ວ ເຂົາເຈົ້າຍັງຈະໄດ້ລົງຢ້ຽມຢາມໂຮງຮຽນ ແລະ ສູນລ້ຽງເດັກ ພ້ອມທັງຈັດສໍາມະນາ ແລະ ຈັດງານສະແດງສົດຂະໜາດນ້ອຍນໍາອີກ.■ເນື້ອໃນການສະແດງ
ຊື່ງານ: CHAI “NEO KAWAII NIGHT in Laos and Cambodia”
ວັນເວລາ: 19ໂມງ ວັນສຸກ ທີ 8 ທັນວາ ທີ່ນະຄອນຫຼວງວຽງຈັນ
ສະຖານທີ່: ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ
ສິນລະປິນ: CHAI■ຂໍ້ມູນສິນລະປິນ【ກ່ຽວກັບ CHAI】
ເປັນວົງດົນຕີປະເພດ “NEO – ວົງຕົນຕີຍິງ New Exite” ທີ່ປະກອບດ້ວຍແມ່ຍິງ 4 ຄົນ ທີ່ສ້າງທໍານອງໄດ້ເກັ່ງເທົ່າໆກັບຜູ້ຊາຍ ຄື: ຝາແຝດມະຫັດສະຈັນ ມານະ, ຄານະ ພ້ອມດ້ວຍ ຢູກິ ແລະ ຢູນະ.ທຸກຄົນ ມີ “ຄວາມໜ້າຮັກ (Kawaii) ” ເປັນຂອງຕົວເອງຢູ່ແລ້ວーແຕ່ວົງ CHAI ໄດ້ສ້າງແນວຄິດກ່ຽວກັບຄວາມ “ຄວາມໜ້າຮັກ (Kawaii) ” ແບບໃໝ່ເຊິ່ງເອີ້ນວ່າ “ຄວາມໜ້າຮັກແບບໃໝ່ (NEO Kawaii) ”.ຂໍ້ຄວາມທີ່ວົງ CHAI ໄດ້ສົ່ງຜ່ານທາງດົນຕີເພັງປ໋ອບ ແມ່ນໄດ້ຮັບການຍອມຮັບ ແລະ ສະໜັບສະໜູນຈາກຄົນທຸກລຸ້ນ ໂດຍບໍ່ຂຶ້ນກັບເພດ, ໄວ ແລະ ສັນຊາດ.ເພັງຊຸດທໍາອິດ “PINK” ທີ່ປ່ອຍອອກມາໃນປີ 2017 ໄດ້ຄອງອັນດັບຢູ່ທຸກລາຍການ ທັງໄດ້ຮັບການຍ້ອງຍໍຈາກຜູ້ທີ່ມີຊື່ສຽງ ນອກວົງການດົນຕີນໍາອີກ. ໃນປີ 2018 ກໍ່ໄດ້ເປີດໂຕຢູ່ປະເທດອາເມລິກາ ແລະ ອັງກິດ ໂດຍໄດ້ຈັດງານທົວຄອນເສີດ ຢູ່ອາເມລິກາ 4 ຄັ້ງ, ຢູ່ອັງກິດ 2 ຄັ້ງ ແລະ ໄດ້ຈັດງານຢູ່ອາຊີນໍາອີກ. ໃນປີ 2019 ກໍ່ໄດ້ເປີດໂຕ ເພັງຊຸດທີ 2 “PUNK” ແລະ ໄດ້ປະສົບຜົນສໍາເລັດໃນການຈັດທົວຄອນເສີດທົ່ວໂລກ ທັງຢູ່ອາເມລິກາ, ເອີຣົບ ແລະ ຍີ່ປຸ່ນ. ໃນປີ 2020 ໄດ້ເຊັນສັນຍາກັບຄ້າຍເພັງເອກະລາດ SUB POP ຂອງອາເມລິກາ ແລະ ໃນປີ 2022 ກໍ່ໄດ້ສໍາເລັດການຈັດທົວຄອນເສີດຄັ້ງທີ 5 ຢູ່ທະວີບອາເມລິກາເໜືອ ທັງຍັງໄດ້ເຂົ້າຮ່ວມງານສະແດງດົນຕີໃຫຍ່ຢູ່ອົດສະຕາລີແລະອາເມລິກາລາຕິນ ພາໃຫ້ກາຍເປັນວົງດົນຕີທີ່ພວມໄດ້ຮັບການຈັບຕາຈາກຕ່າງປະເທດເປັນຢ່າງສູງ ໃນປະຈຸບັນ. ເພງຊຸດທີ 4 “CHAI” ແມ່ນມີແຜນທີ່ຈະເປີດໂຕໃນເດືອນ 9 ປີ 2023.
——————————————————————————————————-
国際交流基金(JF)は、日本ASEAN友好協力50周年を記念し、ASEAN6か国へアーティストを派遣します。公演及び交流会を通じて、双方の絆を深め、さらなる信頼関係の醸成を目指します。
日本の伝統楽器による邦楽、1970年代から流行り独自のスタイルで発展を遂げてきた日本のロック、現代の若者の心をつかむアニソンなど、日本の音楽シーンは時代とともに進化しています。その多様性と豊かさを紹介するとともに、各国での交流を通じて、日本とASEAN諸国で次の50年を担う人々へ未来に向かうパワーと新しい気付きを伝え、今後の絆を深めるべくエールを送ります。
ラオスとカンボジアには「NEOかわいい」というモットーを音楽でポップに体現し、卓越したソングライティング・センスと圧倒的パフォーマンスで衝撃を与え続けている女性4人組バンド CHAI が登場します。
また、公演はもとより、現地の学校や児童施設などを訪問してのワークショップやミニライブなども実施します。
■アーティストプロフィール
ミラクル双子のマナ・カナに、ユウキとユナの男前な最強のリズム隊で編成された4人組、「NEO – ニュー・エキサイト・オンナバンド」。
全ての人はそれぞれの「かわいい」を持っているーCHAIが創った新たな「かわいい」の価値観「NEOかわいい」。
CHAIが掲げるこのメッセージを音楽でポップに体現し、性別・年齢・国籍を超えて幅広い世代から共感と支持を得ている。
2017年1stアルバム「PINK」が各チャートを席捲、音楽業界を超え様々な著名人からも絶賛を受ける。2018年には米国、英国でもデビューを果たし、4度の米国ツアーと2度の英国ツアー、アジアツアーを開催。2019年に2ndアルバム「PUNK」をリリースし、米国、ヨーロッパ、日本をまわる初のワールドツアーを成功に収めた。2020年に米国の人気インディ・レーベルSUB POPと契約し、2022年には5度目となる北米ツアーを完遂、オーストラリアや中南米の大型フェスに出演するなど、近年、海外から高い注目を浴びているアーティスト。2023年9月に4枚目のフルアルバム「CHAI」をリリース予定

Be the first to comment

Leave a Reply