ຄວາມຮູ້ສຶກຂອງນັກສຶກສາລາວ ຫຼັງເຂົ້າຮ່ວມໂຄງການ Action! Asia! #04

ໂຄງການນີ້ໄດ້ຈັດຂື້ນເປັນຄັ້ງທີ 4 ຊຶ່ງຈັດໂດຍ ສູນອາຊີມູນນິທິຍີ່ປຸ່ນ (Japan Foundation Asia Center), ໄດ້ລິເລີ່ມຕັ້ງແຕ່ ວັນທີ 27/2/2018 – 12/3/2018     (14 ວັນ). ຄັ້ງນີ້ຖືວ່າເປັນຄັ້ງທຳອິດທີ່ນັກສຶກສາ 3 ຄົນ ແລະ ອາຈານ 1 ທ່ານ ຈາກປະເທດລາວໄດ້ຖືກຄັດເລືອກໃຫ້ເຂົ້າຮ່ວມ. ຈຸດປະສົງແມ່ນເພື່ອສ້າງໂອກາດໃຫ້ມີການແລກປ່ຽນປະສົບການ, ການຮຽນຮູ້ກ່ຽວກັບການຜະລິດຮູບເງົາ ແລະ ຮ່ວມກັນສ້າງຮູບເງົາສັ້ນຂອງບັນດາຕົວແທນນັກສຶກສາຈາກປະເທດອາຊ້ຽນ ແລະ ຍີ່ປຸ່ນ. ຫຼັງຈາກສຳເລັດການເຂົ້າຮ່ວມໂຄງການແລກປ່ຽນຄັ້ງນີ້ແລ້ວ, ນັກສຶກສາລາວ 3 ຄົນຄື: 1) ທ້າວ. ພຸດທະໜອມ ແກ້ວປະເສີດ, 2) ນາງ. ວຣາວົງ ພະຈັນ, 3) ທ້າວ. ໄຊຍະເວດ ແກ້ວວິໄລ ຈາກສະຖາບັນວິຈິດສິນແຫ່ງຊາດໄດ້ໃຫ້ຄຳຄິດເຫັນ ແລະ ຄວາມຮູ້ສຶກດັ່ງນີ້:

1) ທ້າວ ພຸດຖະໜອມ ແກ້ວປະເສີດ

ໃນໂຄງການຂອງ Asia Action 4 ນ້ອງໄດ້ເຂົ້າຮ່ວມທີມ Daily train ໂດຍມີ ສະມາຊິກ ຈາກຕ່າງໆອີກ 4 ຄົນ ຈາກ 4 ປະເທດ ໃນລະຫວ່າງການຖ່າຍທຳໜັງສັ້ນ Daily train ນ້ອງໄດ້ຮັບຫນ້າທີ່ຫຼາຍຢ່າງເຊັ່ນ: Gaffer, poster design, camera assistant, Trailer editor, post production assistant. ຜ່ານໂຄງການດັ່ງກ່າວເຮັດໃຫ້ເຂົ້າໃຈ ແລະ ໄດ້ຮຽນຮູ້ກ່ຽວກັບການຖ່າຍທຳຫນັງຫຼາຍຂື້ນບໍ່ວ່າຈະເປັນການຖ່າຍທຳ, ຈັດສາກ, ຈັດແສງ ລວມໄປເຖິງເທັກນິກການຕັດຕໍ່ ແລະ ການກະກຽມກ່ອນສາຍ. ໄດ້ຮັບການສອນ, ແບ່ງປັນປະສົບການຈາກໜູ່ຄູ່, ລຸ້ນອ້າຍ, ອາຈານທີ່ມີປະສົບການໃນຫນ້າທີ່ຂອງຕົນແບບສະເພາະດ້ານ. ນອກນັ້ນຍັງໄດ້ຮັບມິດຕະພາບ, ຄວາມຮັກ ແລະ ຄວາມຮູ້ສຶກດີຈາກໝູ່ ແລະ ຜູ້ດູແລຄົນຍີ່ປຸ່ນບໍ່ວ່າເວລາໃດກໍ່ມີນໍ້າໃຈຊ່ວຍເຫຼືອ ແລະ ໃຫ້ຄຳແນະນຳໃນເລື່ອງຕ່າງໆ

2) ນາງ ວຣາວົງ ພະຈັນ

ເມື່ອບໍ່ດົນມານີ້ ນ້ອງໄດ້ມີໂອກາດໄດ້ເປັນຫນຶ່ງໃນຕົວແທນຂອງປະເທດລາວເຂົ້າຮ່ວມໂຄງການ And… Action! Asia 2018 ທີ່ໄດ້ຈັດຂຶ້ນໂດຍທາງ Japan Foundation ທີ່ ໂຕກຽວ, ປະເທດຍີ່ປຸ່ນ. ໂດຍກຸ່ມຂອງນ້ອງແມ່ນໄດ້ເຮັດສາລະຄະດີສັ້ນທີ່ມີຊື່ວ່າ “The Image Of Secret” ເຊິ່ງນ້ອງເອງໄດ້ຮັບຫນ້າທີ່ເປັນ Script Supervisor ແລະ ຜູ້ປະສານງານ ຕ່າງໆພາຍໃນ ທີມ. ຜ່ານໂຄງການດັ່ງກ່າວນັ້ນ ນ້ອງໄດ້ຮຽນຮູ້ວ່າ ສິ່ງທີ່ສຳຄັນທີ່ສຸດໃນການເຮັດວຽກເປັນທີມ ກັບ ນາໆຊາດກໍຄືການຮັບຟັງ, ເຂົ້າອົກເຂົ້າໃຈ ແລະ ເຄົາລົບການຕັດສິນໃຈຂອງສະມາຊິກ ທຸກໆຕຳແຫນ່ງໃນທີມ. ເພາະສ່ວນຫນຶ່ງຂອງຜົນງານທີ່ດີນັ້ນແມ່ນໄດ້ມາຈາກ ຄວາມໄວ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນຂອງທຸກຄົນນັ້ນເອງ.

3)  ທ້າວ ໄຊຍະເວດ ແກ້ວວິໄລ

ນ້ອງຮູ້ສຶກດີໃຈຫລາຍທີ່ໄດ້ຮັບໂອກາດເຂົ້າຮ່ວມໂຄງການ and Action Asia #04. ທີ່ເຮັດ ໃຫ້ນ້ອງ ໄດ້ໄປຮຽນຮູ້ແລກປ່ຽນການເຮັດຫນັງສັ້ນຢູ່ທີ່ປະເທດຢີ່ປຸ່ນເປັນເວລາ 14ມື້. ນ້ອງຢູ່ໃນທີມ Your shirt, My socks. ມີສະມາຊິກທັງໝົດ 8 ຄົນ.ເຊິ່ງມີຫຼາຍປະເທດ ເຊັ່ນ:ຫວຽດນາມ, ລາວ, ໄທ, ມາເລເຊຍ ແລະ ຢີ່ປຸ່ນ. ນ້ອງເຮັດຫນ້າທີ່ໃນທີມເປັນ Key Grip, Camera assistant, Poster design, Film slate. ຖືວ່າເປັນຄັ້ງທໍາອິດທີ່ນ້ອງໄດ້ມີໂອກາດ ໄປເຮັດຫນັງສັ້ນຢູ່ທີ່ປະເທດຢີ່ປຸ່ນ ແລະ ໄດ້ຮ່ວມເຮັດວຽກກັບນັກສຶກສາທີ່ມາຈາກຫຼາກຫຼາຍປະເທດ. ນອກຈາກການທີ່ໄດ້ຮຽນຮູ້ແລກປ່ຽນທາງດ້ານການເຮັດຫນັງສັ້ນແລ້ວ,ພວກເຮົາຍັງໄດ້ ຮຽນຮູ້ວັດທະນະທໍາເຊິ່ງກັນ ແລະ ກັນ,ໄດ້ແລກປ່ຽນແນວຄິດປະສົບການ,ໄດ້ຮຽນຮູ້ການນໍາໃຊ້ອຸປະກອນ, ໄດ້ຮູ້ຈັກການເຮັດວຽກເປັນທີມ ແລະ ໄດ້ຫມູ່ເພື່ອນໃຫມ່ໆ. ສິ່ງທີ່ສໍາຄັນທີ່ສຸດແມ່ນໄດ້ຮັບບົດຮຽນຈາກຜູ້ກໍາກັບ ແລະ ຄູອາຈານຫຼາຍທ່ານທີ່ເພິ່ນໄດ້ໃຫ້ຄວາມຄິດເຫັນ ແລະ ຄໍາແນະນໍາເພື່ອທີ່ເຮົາຈະໄດ້ນໍາມາປັບປຸງແກ້ໄຂໃນຈຸດທີ່ຜິດພາດ ແລະ ຈະນໍາເອົາມາ ໝູນໃຊ້ໃນການເຮັດຫນັງໃນຄັ້ງຕໍ່ໄປ. ທ້າຍນີ້ນ້ອງຂໍຂອບໃຈ ASIA center Japan Foundation Asia Center ແລະ ຜູ້ສະໜັບສະໜູນທຸກທ່ານທີ່ເຮັດໃຫ້ໂຄງການດີໆແບບນີ້ເກີດຂື້ນ.

Be the first to comment

Leave a Reply