ຖາມ-ຕອບກ່ຽວການສະໝັກເຂົ້າແຂ່ງຂັນວິດີໂອສັ້ນຂັ້ນພາກພື້ນໃນປະເທດລາວ

1. ເປົ້າໝາຍຫຼັກຂອງການເຮັດວິດີໂອແມ່ນເນັ້ນໃສ່ຈຸດໃດ?
ຕອບ: ແມ່ນເລັ່ງໃສ່ການຜະລິດແບບ ດິຈິຕອນ ກາຕຸນ ວິດີໂອ ແລະ ຄລິບໂຄສະນາສັ້ນໆ ອື່ນໆ ທີ່
ຄິດວ່າຕົນເອງຖະໜັດ ນອກຈາກນັ້ນກໍ່ສາມາດເຮັດຄລິບໄດ້ເຊັ່ນ: ກ່ຽວກັບສິນລະປະ,
ເຕັກນິກການຜະລິດ, ວິຖີຊີວິດຂອງຜູ້ຄົນໃນສັງຄົມ… ຊຶ່ງທີ່ຜ່ານມາກໍ່ມີຫຼາຍຄລິບໄດ້
ລາງວັນ. ທ່ານສາມາດເຂົ້າໄປເບິ່ງຕົວຢ່າງລາງວັນທີ່ເຄີຍໄດ້ໃນລະດັບເອເຊຍຕາມນີ້:  
https://www.tbs.co.jp/digicon/en/22nd/winning/

2. ສາມາດສະໝັກເປັນບຸຄົນ ຫຼື ເປັນທີມໄດ້ບໍ່
ຕອບ: ສະໝັກໄດ້ທັງ 2. ບໍ່ວ່າຈະເປັນບຸຄົນ ຫຼື ທີມ ກໍ່ໄດ້

3. ອຸປະກອນຖ່າຍທຳວິດີໂອ ສາມາດໃຊ້ມືຖື ໄດ້ ຫຼື ບໍ່
ຕອບ: ສາມາດໃຊ້ມືຖືຖ່າຍທຳໄດ້ ແຕ່ວ່າລະດັບຄວາມຊັດເຈນຂອງພາບຕ້ອງເປັນ HD ຂື້ນໄປ
ຫຼື ປະມານ 1920 x 1080

4. ຜູ້ທີ່ໄດ້ຮັບລາງວັນອັນດັບທີ 1, ຖ້າເປັນກຸ່ມຜະລິດຮ່ວມກັນ ຈະໄດ້ໄປຮ່ວມງານຢູ່ຍີ່ປຸ່ນຈັກຄົນ
ຕອບ: ຈະໄດ້ໄປພຽງ 1 ຄົນເທົ່ານັ້ນ. ອາດຈະຜູ້ເປັນຫົວໜ້າທີມ ຫຼື ຜູ້ທີ່ສາມາດອະທິບາຍຜົນງານ
ໄດ້ ເພາະໃນງານຈະໄດ້ ມີການແລກປ່ຽນຄໍາຄິດເຫັນລະຫວ່າງ.

5. ຜົນງານທັງ 3 ລາງວັນ ທີ່ຖືກຄັດເລືອກໃນລາວ ຖ້າຫາກສົ່ງໄປແຂ່ງຂັນແລ້ວໄດ້ຮັບລາງວັນໃດ
ໜຶ່ງໃນລະດັບສາກົນ ແລ້ວຈະເປັນແນວໃດ?
ຕອບ: ຖ້າຫາກລາງວັນໃດໜຶ່ງໄດ້ຖືກຄັດເລືອກຮັບລາງວັນໃດໜຶ່ງຈາກການແຂ່ງຂັນ ຫຼື ງານ
“DigiCon6 ASIA Awards” ກໍ່ຈະຖືກເຊີນໄປຮັບລາງວັນນີ້ທີ່ປະເທດຍີ່ປຸ່ນ  ຊຶ່ງບັນດາ
ລາງວັນທີ່ຈັດໄວ້ມີຄື:
ASIA Grand Prize
ລາງວັນເງິນສົດ:500,000 ເຢັນ ປະມານ 42 ລ້ານກີບ
ASIA Gold
ລາງວັນເງິນສົດ:300,000 ເຢັນ ປະມານ 25 ລ້ານ 3 ແສນ ກີບ
ASIA Silver (Asian Perspective) ພາບທິວທັດຂອງເອເຊຍຍອດຢ້ຽມ
ລາງວັນເງິນສົດ:100,000 ເຢັນ ປະມານ 8 ລ້ານ 4 ແສນ ກີບ
ASIA Silver (Splendid Technique) ເທັກນິກຍອດຢ້ຽມ
ລາງວັນເງິນສົດ:100,000 ເຢັນ
ASIA Silver (Innovative Art) ນະວັດຕະກຳດ້ານ ສິນລະປະຍອດຢ້ຽມ
ລາງວັນເງິນສົດ:100,000 ເຢັນ
ASIA Next Generation
ລາງວັນເງິນສົດ:100,000 ເຢັນ

6. ຜູ້ສະໝັກຕ່າງແຂວງຈະສາມາດສະໝັກໄດ້ແນວໃດ?
ຕອບ: ສາມາດສະໝັກໄດ້ຄືກັນກັບຄົນທີ່ຢູ່ນະຄອນຫຼວງ ເພາະການສົ່ງໃບສະໝັກ ແລະ ຜົນງານ
ແມ່ນຜ່ານທາງອອນໄລໝົດ.

7.ກຳມະການທີ່ຈະຕັດສິນ 3 ລາງວັນໃນລາວນັ້້ນແມ່ນມາຈາກພາກສ່ວນໃດ?
ຕອບ: ກຳມະການທີ່ຈະເລືອກມາຕັດສິນ ແມ່ນມາຈາກພາກສ່ວນລັດຖະບານ, ຜູ້ຜະລິດ,
ອຳນວຍການຜະລິດທີ່ມີປະສົບການ ແລະ ມີ່ຊື່ສຽງໃນວົງການບັນເທີງລາວປະມານ 5
ທ່ານຈະເປັນຜູ້ໃຫ້ຄະແນນ ແລ້ວສະຫຼຸບຜົນຕັດສິນແຕ່້ລະລາງວັນ.

8. ຜົນງານຈາກລາງວັນອັນດັບ 1, 2, 3 ທີ່ສົ່ງໄປປະກວດທີ່ຍີ່ປຸ່ນແມ່ນຈະຖືກຄັດເລືອກດ້ວຍວິທີ
ໃດ?
ຕອບ: ທັງ 3 ຜົນງານນີ້ຈະຖືກສົ່ງໄປປະກວດແຂ່ງກັບປະເທດອື່ນໆໂດຍທີ່ທຸກໆລາງວັນເທົ່າ
ທຽມກັນ ຫຼື ເລີ່ມເລືອກໃໝ່ ຊຶ່ງຈະຕັດສິນໂດຍກຳມະການທີ່ຢູ່ຍີ່ປຸ່ນ.

9. ປີໜ້າຈະມີການຈັດການແຂ່ງຂັນຂື້ນອີກບໍ່?
ຕອບ: ຕາມແຜນແລ້ວ ຈະມີການຈັດຂື້ນທຸກໆປີ

10. ພາສາທີ່ໃຊ້ໃນການຜະລິດຄລິບວິດີໂອແມ່ນພາສາຫຍັງ?
ຕອບ: ຖ້າຫາກຄລິບມີການສົນທະນາກັນກໍ່ໃຫ້ໃຊ້ພາສາລາວເລີຍ, ແຕ່ຕ້ອງໃສ່ຄຳ
ບັນລະຍາຍເປັນພາສາອັງກິດນຳ.

11. ໃນຫົວຂໍ້ການປະກອບຟອມສະໝັກ, ໄດ້ລະບຸໃຫ້ຕື່ມຊື່ເລື່ອງຂອງຄລິບວິດີໂອສັ້ນເປັນ
“Language”, ຍ້ອນຫຍັງຈິ່ງພິມເປັນພາສາລາວບໍ່ໄດ້?
ຕອບ: ພິມພາສາລາວບໍ່ໄດ້ຍ້ອນວ່າເປັນລະບົບສາກົນທີ່ຕ້ອງຕື່ມພຽງພາສາອັງກິດເທົ່ານັ້ນ.
ສະນັ້ນຕ້ອງໄດ້ພິມເປັນພາສາຄາລາໂອເກະ ຫຼື ເປັນຕົວອັກສອນອັງກິດເທົ່ານັ້ນ.

Be the first to comment

Leave a Reply