ທ່ານ ນາງ ແມັດຕີ້ ໂດ້ ຜູ້ອຳນວຍການສ້າງຮູບເງົາຂອງລາວ ໄດ້ຮັບການເຊີນໄປທີ່ຍີ່ປຸ່ນໂດຍ ມູນນິທິຍີ່ປຸ່ນ – Lao film director Mattie Do is invited to Japan by the Japan Foundation

ສູນອາຊີມູນນິທິຍີ່ປຸ່ນໄດ້ເຊີນທ່ານ ນາງ ແມັດຕີ້ ໂດ້, ຊຶ່ງເປັນຜູ້ອຳນວຍການສ້າງຮູບເງົາທີ່ມີຊື່ສຽງຂອງລາວ ແລະ ເຄີຍໄດ້ຮັບລາງວັນລະດັບໂລກ ເພື່ອເຂົ້າຮ່ວມໂປຣແກມຜູ້ນຳທາງດ້ານວັດທະນະທຳ ໃນເດືອນໜ້າ ລະຫວ່າງວັນທີ 17 – 27 ກໍລະກົດ. ໂປຣແກມດັ່ງກ່າວມີຈຸດປະສົງເພື່ອສົ່ງເສີມ ແລະ ແນະນຳບັນດາບຸຄົນທີ່ເປັນຜູ້ນຳທີ່ສຳຄັນ ແລະ ມີຊື່່ສຽງດ້ານ ວັດທະນະທຳ ແລະ ສັງຄົມ ໃຫ້ຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບປະເທດຍີ່ປຸ່ນຍິ່ງຂື້ນ.
ທ່ານ ນາງ ແມັດຕີ້ ຈະໄດ້ໄປພົບກັບບັນດາຊ່ຽວຊານໃນຂະແໜງຮູບເງົາ ແລະ ກໍ່ຈະໄດ້ສາຍຮູບເງົາຮອບພິເສດທີ່ມີຊື່ວ່າ “ ນ້ອງຮັກ ” ຢູ່ 2 ແຫ່ງ ທີ່ ນະຄອນໂຕກຽວ, ຊຶ່ງເປັນຮູບເງົາທີ 2, ທີ່ ເພີ່ນໄດ້ເປັນຜູ້ກຳກັບເອງ.
ສຳລັບຂໍ້້ມູນເພີ່ມເຕີມສຳລັບໂປຣແກມ ແລະ ບັນດາບຸຄົນສຳຄັນຕ່າງທີ່ເຄີຍໄປມາແລ້ວ ແມ່ນເຂົ້າໄປອ່ານທີ່: http://jfac.jp/en/culture/projects/short-term-invitation/

The Japan Foundation Asia Center is going to invite Ms. Mattie Do, a world-acclaimed Lao film director, under the “Invitation Program for Cultural Leaders” next month from July 17 to 27.
This program aims to provide prominent persons in cultural and social fields and leaders of special importance with a firsthand introduction to Japan to enhance their awareness and understanding of the country. She will meet with film related professionals and her second feature film “Dearest Sister” will be specially screened in two venues in Tokyo.
For more information on the program and its past invited guests, visit the below:
http://jfac.jp/en/culture/projects/short-term-invitation/

 

Be the first to comment

Leave a Reply