ພິທີສະຫຼຸບຜົນສຳເລັດການສິດສອນພາສາຍີ່ປຸ່ນ 2018

ພິທີສະຫຼຸບຜົນສຳເລັດການສິດສອນພາສາຍີ່ປຸ່ນໃຫ້ຄູຜູ້ຊ່ວຍສອນພາສາຍີ່ປຸ່ນທີ່ໜົດວາລະປະຈຳການຢູ່ 3 ໂຮງຮຽນມັດທະຍົມສົມບູນ (Closing Ceremony of Japanese Teacher Assistants in 3 Secondary Schools). ເຊິ່ງໃນວັນທີ 9 ເດືອນພຶດສະພາ 2018 ທີ່ຜ່ານມາ ສູນອາຊີມູນນິທິຍີ່ປຸ່ນ, ໄດ້ຈັດພິທີສະຫຼຸບຜົນງານໃຫ້ແກ່ຄູຜູ້ຊ່ວຍສອນພາສາຍີ່ປຸ່ນ, ໂດຍການຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ຂອງປະເທດລາວ. ໃນປະຈຸບັນແມ່ນໄດ້ສົ່ງຄູຜູ້ຊ່ວຍສອນພາສາຍີ່ປຸ່ນ ໄລຍະທີ II, ຈຳນວນ 2 ທ່ານ, ເຊິ່ງເລີ້ມແຕ່ວັນທີ 28 ເດືອນສິງຫາ 2017 ເຖິງ 26 ເດືອນພຶດສະພາ 2018 ເປັນໄລຍະເວລາ 9 ເດືອນ, ທ່ານ ນາງ ອາມິ ໂກໂຕະ ແມ່ນປະຈຳການທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ, ທ່ານ ນາງ ມິກິ ໂອຊຶ, ແມ່ນປະຈຳການຢູ່ 2 ໂຮງຮຽນກໍ່ຄື: ໂຮງຮຽນມັດທະຍົມສຶກສາສົມບູນໜອງບອນ ແລະ ໂຮງຮຽນມັດທະຍົມສຶກສາສົມບູນເພຍວັດ, ໂດຍໂຄງການດັ່ງກ່າວແມ່ນແນໃສ່ ເພື່ອສະໜັບສະໜູນຄູສອນພາສາຍີ່ປຸ່ນທີ່ເປັນຄົນລາວ.
ໃນວັນທີ 26 ເດືອນພຶດສະພາ 2018 ຜ່ານມາ, ກໍ່ໄດ້ມີບັນດາຄູສອນ ແລະ ນ້ອງນັກຮຽນຈາກໂຮງຮຽນ 3 ແຫ່ງ, ກໍ່ໄດ້ມາສົ່ງຄູຜູ້ຊ່ວຍສອນພາສາຍີ່ປຸ່ນທີ່ສະໜາມບິນສາກົນວັດໄຕ, ເຊິ່ງເປັນທີ່ຮັກແພງຂອງບັນດາຄູສອນ ແລະ ນັກຮຽນທີ່ໄດ້ຈາກໂຮງຮຽນ 3 ແຫ່ງດັ່ງກ່າວ, ເຊິ່ງໄດ້ເດີນທາງກັບປະເທດຍີ່ປຸ່ນໂດຍສະຫວັດດີພາບ.


Be the first to comment

Leave a Reply