ການແຂ່ງຂັນຄລິບວິດີໂອສັ້ນລະດັບພາກພື້ນຄັ້ງທີ 1 ທີ່ປະເທດລາວ

ການແຂ່ງຂັນຄລິບວິດີໂອສັ້ນລະດັບພາກພື້ນໃນປະເທດລາວຄັ້ງທີ 1 ເພື່ອຄັດເລືອກເຂົ້າຮ່ວມງານ

“DigiCon6 ASIA Awards-ASIA’s SUPREME SHORT MOVIE CONTEST”

  1. ເປົ້າໝາຍ ແລະ ຈຸດປະສົງ

ນັບຕັ້ງແຕ່ ປີ 2000 ເປັນຕົ້ນມາ ກຸ່ມບໍລິສັດສື່ສານຂອງປະເທດຍີ່ປຸ່ນ ຊຶ່ງເປັນລະບົບກະຈາຍສຽງຂອງໂຕກຽວ ຫຼືວ່າ TBS ໄດ້ຈັດການແຂ່ງຂັນທີ່ເອີ້ນວ່າ” DigiCon6 ASIA Awards” ຫຼືວ່າ ການແຂ່ງຂັນຄັດເລືອກຄລິບວິດີໂອສັ້ນ ຂື້້ນທຸກໆປີ ທີ່ປະເທດຍີ່ປຸ່ນ. ຈຸດປະສົງແມ່ນເພື່ອຊອກຫາລາງວັນວິດີໂອສັ້ນທີ່ມີພອນສະຫວັນ ແລະ ກະຕຸນສັ້ນ ຈາກປະເທດ ແລະ ພາກພື້ນໃນເອເຊຍ. ແລະ ປີນີ້ຈະໄດ້ຈັດຂື້ນໃນເດືອນພະຈິກທີ່ນະຄອນໂຕກຽວ ຊຶ່ງເປັນຄັ້ງທີ 22. ລາຍລະອຽດເຂົ້າມາອ່ານທີ່: https://www.tbs.co.jp/digicon/en/

  ກ່ອນການແຂ່ງຂັນທີ່ໂຕກຽວ, ຈະໄດ້ຈັດໃຫ້ມີການແຂ່ງຂັນຂັ້ນເຂດຂື້ນໃນແຕ່ລະປະເທດ ແລະ ພາກພື້ນໃນເອເຊຍເຊັ່ນ: ຍີ່ປຸ່ນ, ກຳປູເຈຍ, ຈີນ, ຮົງກົງ, ອິນເດຍ, ອິນໂດເນເຊຍ, ສາທາລະນະລັດເກົາຫຼີ, ມະເລເຊຍ, ສິງກະໂປ, ສີລັງກາ, ໃຕ້ຫວັນ, ໄທ, ອຸດເບກິດສະຖານ, ຫວຽດນາມ, ແລະ ປະເທດລາວ.
  ຄັ້ງນີ້ຈະເປັນຄັ້ງທຳອິດສຳລັບປະເທດລາວທີ່ຈະເຂົ້າຮ່ວມໃນນາມສະມາຊິກພາກພື້ນໃໝ່ ຊຶ່ງ ສູນອາຊີມູນນິທິຍີ່ປຸ່ນຈະເປັນຜູ້ຈັດງານການແຂ່ງຂັນລະດັບພາກພື້ນເປັນຄັ້ງທີ 1 ທີ່ປະເທດລາວ ໃນເດືອນສິງຫາ 2020.

           ລາງວັນອັນດັບ 1 ຫຼື ລາງວັນທອງຄຳຂັ້ນພາກພື້ນ ຈະໄດ້ຖືກຮັບເຊີນໄປຮ່ວມການແຂ່ງຂັນທີ່ປະເທດຍີ່ປຸ່ນ.

           ສໍຳລັບຜົນງານຂອງລາງວັນທີ 2 ແລະ ທີ 3 ຈະໄດ້ຖືກສົ່ງໄປແຂ່ງຂັນຄັດເລືອກເຊັ່ນດຽວກັນທີ່ຍີ່ປຸ່ນ.

  • ລາຍລະອຽດຂອງການແຂ່ງຂັນຂັ້ນພາກພື້ນຄັ້ງທີ 1 ໃນ ນະຄອນຫຼວງວຽງຈັນ
  • ຮູບແບບຂອງຄລິບວິດີໂອສັ້ນທີ່ຈະສົ່ງເຂົ້າມາແຂ່ງຂັນ
  • ຄວາມຍາວຂອງຄລິບບໍ່ກາຍ 15 ນາທີ
  • ວິດີໂອຈະລວມມີ ກະຕຸນ CG (2D/3D), ອະນິເມຊັ້ນ ຮູບປັ້ນ, ຖ່າຍພາບ ແລ້ວມາຕໍ່ກັນ ແລະ ການຖ່າຍທຳວິດີໂອຈິງ…
  • ຊະນິດຂອງໄຟຣ໌ ແມ່ນເປັນ MP4 ຫຼື MOV (ລະດັບຄຸນນະພາບ FHD 1920 x 1080)

ໝາຍເຫດ: ວິດີໂອທີ່ຜະລິດອອກບໍ່ໃຫ້ ແຕະຕ້ອງເຖິງເລື່ອງການເມືອງ ແລະ ໃຫ້ມີເນື້ອໃນທີ່ເໝາະສົມກັບເຍົາວະຊົນ-ຊາວໜຸ່ມ ຫຼື ໃຫ້ແທດເໝາະກັບໃນສັງຄົມ.

  • ເງືອນໄຂຜູ້ສະໝັກ

ຕ້ອງເປັນຄົນລາວ ແລະ ດຳລົງຊີວິດໃນປະເທດລາວ

  • ວິທີການຂໍສະໝັກເຂົ້າແຂ່ງຂັນ

ກະລຸນາດາວໂຫຼດຟອມສະໝັກຈາກລິ້ງລຸ່ມນີ້
http://www.tbs.co.jp/digicon/en/22nd/entry/

ຫຼັງຈາກທີ່ຕື່ມຂໍ້ມູນຄົບຖ້ວນແລ້ວກະລຸນາສົ່ງມາທີ່
[email protected]

  • ກຳນົດສົ່ງວິດີໂອສັ້ນ
  • ປິດຮັບສະໝັກວັນທີ 24 ສິງຫາ 2020 ເວລາ 15:00 (ທ່ານສາມາດສົ່ງໄດ້ກ່ອນມື້ປິດຮັບສະໝັກ)
  • ນຳໃຊ້ Google Drive ເພື່ອສົ່ງຄລິບໃຫ້ ສູນອາຊີ ມູນນິທິຍີ່ປຸ່ນ([email protected])
  • ລາງວັນຜູ້ຊະນະເລີດແຕ່ລະລະດັບ

ລາງວັນທີ 1: ຈະໄດ້ຮັບເງິນສົດ 5,000,000 ກີບ ແລະ ຈະຖືກເຊີນໄປຮ່ວມງານແຂ່ງຂັນຄັດຮອບລະດັບ ເອເຊຍໃນທ້າຍເດືອນ ພະຈິກທີ່ປະເທດຍີ່ປຸ່ນ

            ລາງວັນທີ 2: ຈະໄດ້ຮັບເງິນສົດ 3,000,000 ກີບ

            ລາງວັນທີ 3: ຈະໄດ້ຮັບເງິນສົດ 1,500,000 ກີບ
           # ທັງ 3 ຜົນງານຂ້າງເທິງຈະຖືກສົ່ງຕໍ່ໄປແຂ່ງຂັນທີ່ງານ Digicon ASIA Award ທີ່ປະເທດຍີ່ປຸ່ນ.

  • ຄະນະກຳມະການ

ກຳມະການ 5 ທ່ານ ຈາກຂະແໜງບັນເທີງ (ແຈ້ງລາຍຊື່ພາຍຫຼັງ)

  • ຂໍ້ມູນຂອງຜູ້ຈັດງານຄັ້ງນີ້:

ສູນອາຊີ ມູນນິທິຍີ່ປຸ່ນ ປະຈຳນະຄອນຫຼວງ

ໂທລະສັບ: 021-240-280

ຜູ້ຮັບຜິດຊອບງານ: ທ່ານ. ພຸດທະສອນ (ຕ້ອມ) (ໂທ: 020-5560-6620)

ອີເມວ: [email protected]

  • ສຳລັບຂ້ມູນເພີ່ມເຕີມໃນການແຂ່ງຂັນຄລິບວິດີໂອສັ້ນລະດັບພາກພື້ນໃນປະເທດລາວ, ກະລຸນາເຂົ້າໄປອ່ານທີ:

ເຟັສບຸກ: www.facebook.com/jfacvt/

ເວັບໄຊ້: www.jfacvt.la

  • ຜູ້ທີ່ສົນໃຈ ກະລຸນາກົດເກັບຂໍ້ມູນຈາກລິ້ງລຸ່ມນີ້:

https://jfacvt.la/wp-content/uploads/2020/08/Digicon6_LAO1.pdf

Be the first to comment

Leave a Reply